ຈີນ ເຜີຍແຜ່ ຮູບພາບຈາກດາວອັງຄານຖ່າຍໂດຍຫຸ່ນຍົນສຳຫລວດຄັ້ງທຳອິດ

    0
    450

    ຕາມຂ່າວ ຈາກປັກກິ່ງ, ວັນທີ11ມິຖຸນາ,ອົງການ ອາວະກາດ ແຫ່ງຊາດຈີນ ໄດ້ເຜີຍແຜ່ ຮູບພາບ ທີ່ຖ່າຍໂດຍ ຫຸ່ນຍົນ ລາດຕະເວນ ສຳຫລວດ ຈູ້ຣົງ(Zhurong) ເຊິ່ງຖືເປັນ ຄວາມສຳເລັດ ໃນພາລະກິດ ສຳຫລວດ ດາວອັງຄານ ຄັ້ງທຳອິດ ຂອງຈີນ ປະກອບມີ 3 ຮູບ

    ໄດ້ສະແດງໃຫ້ເຫັນ ສະພາບ ຂອງດິນ ເທິງດາວອັງຄານ,ຮູບພາບ ບ່ອນລົງຈອດ ແລະ ຮູບພາບ ຫຸ່ນຍົນ ຈູ້ຣົງ ກັບສະຖານີ ລົງຈອດ ຫລັງຈາກ ໄດ້ລາດຕະເວນ ໄປທາງທິດໃຕ້ ຂອງບ່ອນຈອດ ເປັນໄລຍະທາງ10ແມັດ ແລະ ໄປທາງທິດຕາເວັນອອກ ສ່ຽງໃຕ້ ປະມານ 6ແມັດ ຕິດຕັ້ງກ້ອງ ແລະ ເດີນທາງ ກັບມາບ່ອນຈອດ ເພື່ອຖ່າຍຮູບ ຮ່ວມກັນ.ຫຸ່ນຍົນຈູ້ຣົງ ມີນ້ຳໜັກ 240 ກິໂລກຣາມ ມີເຄື່ອງມື

    ທາງວິທະຍາສາດ 6 ຢ່າງ ເຊັ່ນ, ກ້ອງສຳຫລວດ ພູມສັນຖານ ຂອງປະເທດ ທີ່ມີຄວາມລະອຽດສູງ ແລະ ຈະສຶກສາ ກ່ຽວກັບ ດິນຊັ້ນເທິງ ແລະ ອາກາດ ຂອງດາວອັງຄານ.ຫຸ່ນດັ່ງກ່າວ ຂັບເຄື່ອນ ພະລັງງານ ແສງອາທິດ ຈະຄົ້ນຫາສັນຍານ ຂອງສິ່ງມີຊີວິດ ບູຮານ ທັງໃນໃຕ້ດິນ ແລະ ນ້ຳກ້ອນ ໂດຍໃຊ້ເຣດາ ເຈາະພື້ນ ໃນລະຫວ່າງ ປະຕິບັດ ພາລະກິດ ສຳຫລວດ ພື້ນຜີວ ດາວອັງຄານ ເປັນເວລາ90ວັນ.

    ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ | ຂປລ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.