ແພດໝໍລາວເກັ່ງຫຼາຍ ຂໍຊົມເຊີຍແພດໝໍທີ່ປິ່ນປົວຜ ູ ້ ຕ ິ ດ ເ ຊ ື ້ ອ ໂ ຄ ວ ິ ດ ຫາຍດີໃກ້ຈະໝົດແລ້ວ

    0
    688

    ສຸດທີ່ເປັນໜ້າຍົກຍ້ອງຊົມເຊີຍແພດໝໍລາວແທ້ໆ ເມື່ອໄລ່ແຕ່ມື້ມີການລະບາດຂອງພະຍາດໂຄວິດຮອບໃໝ່ມາເຖິງວັນທີ 11 ມິຖຸນານີ້ເຕັມ 2 ເດືອນພໍດີ ປົວຜູ້ຕິດເຊື້ອໂຄວິດ-19 ເກືອບຈຸ 2.000 ຄົນ ແລະ ປົວຫາຍດີໃກ້ຈະໝົດແລ້ວ, ນີ້ກໍໝາຍຄວາມວ່າປະເທດຊາດໃກ້ຈະໄດ້ຮັບໄຊຊະນະໃນການຕໍ່ສູ້ກັບສັດຕູໂຕຮ້າຍກາດນີ້ຢ່າງດຸເດືອດຂ້ຽວຂາດເປັນເວລາເກືອບ 2 ເດືອນເຕັມທີ່ຜ່ານມາ.ຜົນສຳເລັດເບື້ອງຕົ້ນນີ້, ກ່ອນອື່ນໝົດແມ່ນຍ້ອນມີແນວທາງການນຳພາທີ່ຖືກຕ້ອງ, ສະຫຼາດສ່ອງໃສໃນ

    ແຕ່ລະໄລຍະຂອງພັກ, ຈາກນັ້ນ ສິ່ງສຳຄັນທີ່ສຸດກໍຄືການຮ່ວມໄມ້ຮ່ວມມື, ຄວາມສາມັກຄີປອງດອງຂອງປະຊາຊົນພາຍໃນຊາດ ແລະ ພິເສດ ແມ່ນພວກເຮົາມີກຳລັງປະຈັນບານຂອງນັກຮົບຊຸດຂາວ ຜູ້ເກັ່ງກ້າສາມາດ ທີ່ຍອມເສຍສະລະທຸກຢ່າງເພື່ອພາລະກິດປະຕິວັດຂອງປະເທດຊາດ.ຜົນງານທີ່ໂດດເດັ່ນດັ່ງກ່າວໄດ້ສະແດງເຫັນຄວາມ

    ສາມາດໃນການປິ່ນປົວຂອງແພດໝໍລາວດັ່ງນີ້: ນັບແຕ່ມີການລະບາດຮອບ 2 ເກີດຂຶ້ນແຕ່ວັນທີ 11 ເມສາເປັນຕົ້ນມາ ຈົນເຖີງວັນທີ 11 ມີຖຸນານີ້ກໍເປັນເວລາເຕັມ 2 ເດືອນພໍດີ ຫລື 61 ວັນ.ໃນຊ່ວງ 2 ເດືອນນັ້ນ ມີຜູ້ຕິດເຊື້ອສະສົມທັງໝົດ 1.979 ຄົນ, ໃນນີ້ ມີຜູ້ປົວຫາຍດີແລ້ວ ເມື່ອໄລ່ມາເຖີງວັນທີ 11 ມິຖຸນາ

    1,827 ຄົນ, ສະເລ່ຍແລ້ວ ປົວຫາຍດີ 29 ຄົນ/ວັນ ແລະ ຍັງເຫຼືອພຽງ 149 ຄົນເທົ່ານັ້ນ ທີ່ຍັງປິ່ນປົວຢູ່ ແລະ ມີຜູ້ເສຍຊີວິດສະສົມພຽງແຕ່ 3 ຄົນ.ນີ້ຄືຕົວເລກບົ່ງບອກເຖິງຄວາສາມາດຂອງທ່ານໝໍລາວຕໍ່ຊາວໂລກ ຢ່າງພາກພູມໃຈທີ່ສຸດ.ທ່ານໝໍລາວ ຈົ່ງມີສຸຂະພາບຈິດ ສຸຂະພາບກາຍ ພະລະນາໄມສົມບູນ ເພື່ອຕໍ່ສູ້ກັບສັດຕູໂຄວິດ ເພື່ອຄວາມຢູ່ດີກິນດີຂອງພີ່ນ້ອງປະຊາຊົນລາວທັງຊາດ, ອົງອາດກ້າຫານກ້າວໄປ ຢ່າງສະຫງ່າຜ່າເຜີຍ, ນັກຮົບຊຸດຂາວລາວຈົ່ງມີໄຊ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.