ຣາຊະອານາຈັກແຫ່ງ ລຸກຊຳບວກ ສືບຕໍ່ເຮັດວຽກຄຽງຄູ່ກັບ ສປປ ລາວ ເຊີ່ງເປັນປະເທດຄູ່ຮ່ວມພັດທະນາເພື່ອສ້າງຄວາມເຂັ້ມແຂງລະດັບຊາດ ແລະ ເສີມສ້າງຄວາມອາດສາມາດໃນການກວດຊອກຫາ, ການປະເມີນ ແລະ ການຕອບໂຕ້ຕໍ່ວິກິດການລະບາດຂອງພະຍາດໂຄວິດ-19 ທີ່ກຳລັງເກີດຂື້ນຢູ່ໃນ ສປປ ລາວ. ເພື່ອສະກັດກັ້ນການເພີ້ມທະວີຂອງກໍລະນີພະຍາດໃນວ່າງບໍ່ດົນມານີ້, ລັດຖະບານລຸກຊຳບວກໂດຍຜ່ານໂຄງການສະໜັບສະໜູນຂະແໜງ ສາທາລະນະສຸກ ລາວ-ລຸກຊຳບວກ ໄລຍະ 2 (ໂຄງການ ລາວ/027) ແມ່ນໄດ້ສັນຍາໃຫ້ການສະໜັບສະໜູນເພີ່ມເຕີມ 1 ລ້ານເອີໂຣ (ປະມານ 11.5 ຕື້ກີບ) ເພື່ອນຳໃຊ້ເຂົ້າໃນວຽກງານບົ່ງມະຕິ
ພະຍາດ, ຫລຸດຜ່ອນກໍລະນີ ແລະ ກັນ ການລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ. ຕາງໜ້າໃຫ້ລັດຖະບານລຸກຊຳບວກ ເຂົ້າມອບໂດຍທ່ານ Sam Schreiner ອຸປະທູດແຫ່ງຣາຊະອານາຈັກລຸກຊຳບວກ ແລະ ກ່າວຮັບໂດຍທ່ານ ປອ.ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ໂດຍມີຄະນະກົມ, ຄະນະສູນ ແລະ ຕົວແທນຈາກ ສະຖານທູດ ລຸກຊຳບວກ ປະຈຳ ສປປ ລາວ ແລະ ຕົວແທນຈາກ ໂຄງການລາວ/027 ເຂົ້າຮ່ວມໃນນັ້ນງົບປະມານສ່ວນໜຶ່ງຈະຖືກນຳໃຊ້ເຂົ້າໃນການຈັດຊື້ອຸປະກອນການແພດ, ນ້ຳຢາ ແລະ ເຄື່ອງໃຊ້ທີ່ກ່ຽວຂ້ອງ ເພື່ອຕອບສະໜອງໃຫ້ໄດ້ເຖິງຄວາມຕ້ອງການໃນການກວດວິເຄາະພະຍາດ.
10 ມິຖຸນາ 2021 ກະຊວງສາທາລະນະສຸກ.