ອຸຕຸແຈ້ງເຕືອນ 15 ແຂວງໃຫ້ລະວັງຝົນຕົກໜັກ​ ໃນວັນທີ 12 ຫາ 14 ມິຖຸນາ 2021​

    0
    763

    ແຈ້ງເຕືອນຝົນຕົກໜັກ​ ໃນວັນທີ 12 ຫາ 14 ມິຖຸນາ 2021​ ເນື່ອງຈາກວ່າຍ່ອມຄວາມກົດດັນອາກາດຕໍ່າທີ່ມີກຳລັງແຮງທີ່ປົກຄຸມຢູ່ເຂດທະເລຈີນຕອນກາງ ແລະ ຄາດວ່າຈະມີກຳລັງແຮງເພີ່ມຂຶ້ນກາຍເປັນພາຍຸດີເປຼຊັ້ນ ແລະ ຈະເຄື່ອນທີ່ໄປທາງເກາະໄຮໜານສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກໍາລັງແຮງ ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ພາກໃຕ້ ໃນໄລຍະ ວັນທີ 12 ຫາ 14 ມິຖຸນາ 2021 ນີ້.

    ແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນແລະປະຊາຊົນບັນດາເຜົ່າທີ່ອາໄສຢູ່ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ,​ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ ສະພາບຝົນຕົກໜັກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມກະທັນຫັນ ແລະ ນ້ຳຖ້ວມຊູ ເກີດຂື້ນໃນໄລຍະ 2-3​ ວັນຕໍ່ໜ້ານີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.