ຈັງຫວັດອຸບົນຣາຊະທານີ ມອບເຄື່ອງຊ່ວຍເຫລືອໃຫ້ ແຂວງສາລະວັນ ແລະ ແຂວງຈຳປາສັກ ເພື່ອ ຕ ້ າ ນ ໂ ຄ ວ ິ ດ

    0
    376

    ຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ ມອບອຸປະກອນການແພດ ໃຫ້ແຂວງສາລະວັນ ແລະ ແຂວງຈຳປາສັກ ຂອງ ສປປ ລາວ ລວມມູນຄ່າ 217.300 ບາດ ຫຼື ປະມານ 71 ລ້ານກວ່າກີບ ເພື່ອຮັບໃຊ້ເຂົ້າໃນການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.ພິທີ ມອບ-ຮັບ ດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 10 ມິຖຸນາ 2021 ທີ່ດ່ານສາກົນວັງເຕົ່າ-ຊ່ອງເມັກ ລະຫວ່າງ ແຂວງຈຳປາສັກ ສປປ ລາວ ກັບ ຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ. ຝ່າຍຈັງຫວັດ

    ອຸບົນຣາຊະທານີ ນຳໂດຍ ທ່ານ ສະຣິດ ວິທູນ ຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ, ແຂວງສາລະວັນ ນຳໂດຍ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ແລະ ແຂວງຈຳປາສັກ ສປປ ລາວ ແມ່ນນຳໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ, ມີ ທ່ານຮອງເຈົ້າແຂວງຈຳປາສັກ, ທ່ານຮອງຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ. ມີ ຄະນະສະເພາະກິດໂຄວິດ-19 ຂັ້ນແຂວງ, ຄະນະຄຸ້ມຄອງດ່ານ, ຄະນະຜູ້ແທນ, ພະແນກການທີ່ກ່ຽວຂ້ອງ ຂອງ ຈັງຫວັດອຸບົນຣາຊະທານີ, ແຂວງສາລະວັນ ແລະ ແຂວງຈຳປາສັກ ເຂົ້າຮ່ວມ.

    ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ແມ່ນຈັງຫວັດອຸບົນຣາຊະທານີ ກໍຄືພາກລັດ ໄດ້ຮ່ວມກັບ ບໍລິສັດອຸບົນ ໄບໂອເອທານອນ ຈຳກັດ (ມະຊາຊົນ). ປະກອບມີ: 1) ອັງໂກນ ຈຳນວນ 2,000 ລິດ, ແຂວງລະ 1,000 ລິດ; 2) ຖົງມືຢາງທາງການແພດ ຈຳນວນ 100 ກ່ອງ x 50 ຄູ່, ແຂວງລະ 50 ກ່ອງ x 50 ຄູ່ ແລະ 3) ຜ້າອັດປາກ-ດັງ ຈຳນວນ 6,000 ອັນ, ແຂວງລະ 3,000 ອັນ. ລວມມູນຄ່າ 217.300 ບາດ ຫຼື ປະມານ 71 ລ້ານກວ່າກີບ.

    ໂອກາດນີ້, ທ່ານ ສະຣິດ ວິທູນ ຜູ້ວ່າຣາຊະການຈັງຫວັດ ໄດ້ກ່າວຈຸດປະສົງ ແລະ ຄວາມຕັ້ງໃຈ ກໍ່ຄືໃນ ປັດຈຸບັນສະຖານະການແຜ່ລະບາດຂອງພະຍາດ COVID –19 ມີຜົນກະທົບຕໍ່ຄວາມເປັນຢູ່ ຂອງປະຊາຊົນທົ່ວປະເທດ ຮວມທັງ ປະເທດເພື່ອນບ້ານ, ດັ່ງນັ້ນ ການມອບອຸປະກອນການແພດໃນຄັ້ງນີ້ ເປັນການສະແດງອອກ

    ເຖິງ ໄມຕີຈິດ ມິດຕິພາບ ແລະຄວາມຜູກພັນ ຫ່ວງໃຍ ຈາກລັດຖະບານ ແລະປະຊາຊົນ ຊາວໄທ ເພື່ອປະກອບສ່ວນ ໃນການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19. ອີກທັງ ເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງ ໂອກາດ ຄົບຮອບ 71 ປີ ຂອງການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ.ໃນໂອກາດດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ຕາງໜ້າໃຫ້ອົງການປົກຄອງ ແລະ ປະຊາຊົນລາວ ບັນດາ ເຜົ່າ ຊາວແຂວງຈຳປາສັກ

    ສະແດງຄວາມຂອບໃຈ ນໍາທ່ານຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ ກໍ່ຄືປະຊາຊົນຊາວຈັງຫວັດອຸບົນຣາຊະທານີ ໂດຍສະເພາະບໍລິສັດອຸບົນ ໄບໂອເອທານອນ ຈຳກັດ (ມະຊາຊົນ), ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານວັດຖຸ-ທຶນຮອນ ປະກອບສ່ວນໃຫ້ແກ່ແຂວງຈໍາປາສັກ ໃນການຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ຢູ່ແຂວງຈໍາປາສັກ.

    ຂ່າວ: ທັດຊະນະ ແສງດາລາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.