ວັນທີ 11 ມິຖຸນາ 2021 ຮອງສາດສະດາຈານ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ, ຮອງປະທານຄະນະກຳມະການສົ່ງເສີມການບໍລິຈາກເລຶອດ-ສົ່ງເລືອດແຫ່ງຊາດ ເປັນປະທານຖະແຫລງຂ່າວ ເນື່ອງໃນໂອກາດວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ຈັດຂຶ້ນຢູ່ສູນເລືອດແຫ່ງຊາດ, ນະຄອນຫລວງວຽງຈັນ. ທ່ານໄດ້ຍົກໃຫ້ເຫັນເຖີງຄວາມເປັນມາຂອງວັນຜູ້ບໍລິຈາກເລຶອດສາກົນທີ່ອົງການອະນາໄມໂລກກຳນົດເລີ່ມຕົ້ນແຕ່ປີ 2005 ເປັນຕົ້ນມາ, ພ້ອມທັງໄດ້ຍົກໃຫ້ເຫັນເຖີງຄວາມສຳຄັນຂອງເລືອດທີ່ມີຕໍ່ສິ່ງທີ່ມີຊີວິດ. ແຕ່ລະປີໄດ້ວາງຄໍາຂວັນອອກ ແຕກຕ່າງກັນ. ສໍາລັບປີນີ້ ໄດ້ກຳນົດຄຳຂວັນວ່າ: “ ໃຫ້ເລືອດເພື່ອຕໍ່ລົມຫາຍໃຈໃຫ້
ເພື່ອນຮ່ວມໂລກ” ໂດຍມີພ້ອມທັງມີເປົ້າຫມາຍໃຫ້ທຸກປະເທດໃນໂລກ ໄດ້ຮັບເລືອດຈາກຜູ້ບໍລິຈາກເລືອດດ້ວຍຄວາມຕື່ນຕົວສະຫມັກໃຈ ແລະ ບໍ່ຮຽກຮ້ອງສິ່ງຕອບແທນ.ຮອງສາດສະດາຈານ ດຣ ພູທອນ ເມືອງປາກ ໃຫ້ຮູ້ຕື່ມວ່າ: ສະເພາະປີນີ້ ເນື່ອງຈາກສະພາບການທົ່ວໂລກ ກໍ່ຄືຢູ່ປະເທດຂອງພວກເຮົາຍັງຢູ່ໃນໄລຍະເຝົ້າລະວັງ ການລະບາດຂອງພະຍາດໂຄວິດ 19, ຈື່ງບໍ່ມີຄວາມສະດວກ ທີ່ຈະຈັດຂະບວນການທີ່ມີຄົນເຂົ້າຮ່ວມເປັນ ຈໍານວນຫຼາຍ, ອົງການກາແດງລາວ ຈຶ່ງໄດ້ມີ
ແຈ້ງການແນະນໍາໃຫ້ສູນເລືອດແຫ່ງຊາດ ແລະ ສູນເລືອດ ແຂວງໃນທົ່ວປະເທດ ຈັດຕັ້ງການສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກແບບກະທັດຮັດ ໂດຍການ ເຜີຍແຜ່ຂໍ້ມູນຂ່າວສານ, ປຸກລະດົມຜ່ານສື່ມວນຊົນປະເພດຕ່າງໆ ແລະ ສື່ສັງຄົມ Online ຈັດພິທີມອບ-ຮັບໃບຍ້ອງຍໍ ໃຫ້ຂອງຂວັນແກ່ຜູ້ບໍລິຈາກເລືອດ ໃຫ້ເຫມາະສົມຕາມເງື່ອນໄຂຕົວຈິງຂອງແຕ່ລະແຂວງ ແລະ ຈັດຕາຕະລາງການບໍລິຈາກເລືອດດ້ວຍວິຖີແບບໃຫມ່ ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ 19 ຢ່າງເຂັ້ມ
ງວດ.ປີ 2020 ຜ່ານມາ ອົງການກາແດງລາວ ຈັດຂະບວນການປຸກລະດົມບໍລິ ຈາກເລືອດໄດ້ 1.873 ຄັ້ງ, ມີຜູ້ເຂົ້າຮ່ວມ 215.600 ເທື່ອຄົນ ໄດ້ຮັບເລືອດຕົວຈິງ 60.358 ຖົງ, ໃນນີ້ ມີຜູ້ບໍລິຈາກເລືອດແບບສະຫມັກໃຈ ບໍ່ຮຽກຮ້ອງສະງຕອບແທນ ກວມເອົາ 90%. ສະເພາະປີ 2021 ມະຕິສະພາແຫ່ງຊາດໄດ້ຮັບຮອງເອົາຕົວຊີ້ວັດທີ່ໄດ້ກຳນົດຄາດຫມາຍຈຳນວນຖົງເລຶອດທີ່ຈະຕ້ອງຂົນຂວາຍໃຫ້ໄດ້ 64.000 ຖົງ. ດັ່ງນັ້ນ ປະທານອົງການກາແດງລາວ ໄດ້ຮຽກ ຮ້ອງໃຫ້ທຸກຄົນໃນສັງຄົມທີ່ມີ
ເງື່ອນໄຂ ຈົ່ງຮ່ວມກັນບໍລະຈາກເລືອກແບບບໍ່ຮຽກຮ້ອງສິ່ງຕອບແທນໃຫ້ຫລາຍຂຶ້ນກວ່າເກົ່າ ເພາະເລືອດແມ່ນມີຄວາມສໍາຄັນຕໍ່ຊີວິດ, ຂາດບໍ່ໄດ້, ຂາດເລືອດກໍ່ຄືຂາດຊີວິດ, ບໍ່ມີສິ່ງອື່ນໃດມາທົດແທນໄດ້, ບໍ່ມີໂຮງງານ ຫຼື ວິທີການອັນໃດ ທີ່ຈະຜະລິດເລືອດໄດ້ເທື່ອ ນອກ ຈາກເລືອດຂອງຄົນເຮົາ ທີ່ບໍລິຈາກໃຫ້ແກ່ກັນ ແລະ ກັນ.
ໃນພິທີຖະແຫລງຂ່າວໃນຄັ້ງນີ້ ຍັງໄດ້ມີການຂອງຂວັນໃຫ້ແກ່ຜູ້ບໍລິຈາກເລືອດຫລາຍຄັ້ງໃນໄລຍະຜ່ານມາຕື່ມອີກ.