ປະເທດອິນເດຍພົບ ໂ ຄ ວ ິ ດ ສາຍພັນເ ດ ລ ຕ າ (ສາຍພັນອິນເດຍ) ທີ່ເຮັດໃຫ້ຫູອື້ ແລະ ຊີ້ນເນົ່າເປື່ອຍ

    0
    664

    ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າໂ ຄ ວ ິ ດ ສາຍພັນເ ດ ລ ຕ າ ຫຼື ສາຍພັນທີ່ພົບເຫັນຄັ້ງທໍາອິດທີ່ປະເທດອິນເດຍ ເຊິ່ງໄດ້ມີການແຜ່ລະບາດໄປຫຼາຍກວ່າ 60 ປະເທດໃນທົ່ວໂລກ ໃນຊ່ວງ 6 ເດືອນທີ່ຜ່ານມາໄດ້ພົບຜູ້ຕິດເຊື້ອທີ່ມີພາວະເລືອດອຸດຕັນເຊິ່ງນໍາໄປສູ່ການສູນເສຍການໄດ້ຍິນ, ຊີ້ນໃນຮ່າງກາຍເປື່ອຍເນົ່າ ລວມໄປເຖິງການເຈັບທ້ອງຢ່າງຮຸນແຮງ.

    ທາງທີມແພດໃນອິນເດຍໄດ້ສັນນິຖານວ່າອາການດັ່ງກ່າວອາດຈະເປັນຜົນມາຈາກໂ ຄ ວ ິ ດ ສາຍພັນເ ດ ລ ຕ າ ແລະ ຖ້າຫາກຜູ້ທີ່ມີອາການດັ່ງກ່າວບໍ່ໄດ້ຮັບການປິ່ນປົວພາຍໃນ 24 ຊົ່ວໂມງອາດຈະເຮັດໃຫ້ໂອກາດລອດຊີວິດມີພຽງ 50% ເນື່ອງຈາກເປັນອາການທີ່ຮຸນແຮງ ແລະ ມີໂອກາດກະທົບທຸກສ່ວນຂອງຮ່າງກາຍ.

    ແພດໝໍບອກວ່າໂຄວິດ-19 ເປັນພະຍາດທີ່ກ່ຽວກັບລະບົບປະສາດ ແລະ ມີແນວໂນ້ມທີ່ຈະກ່ຽວຂ້ອງກັບເສັ້ນປະສາດສະໝອງ ໂດຍຜູ້ຕິດເຊື້ອຈະມີອາການອໍາມະພາດຂອງເສັ້ນປະສາດ ແລະ ສູນເສຍການເຮັດວຽກຂອງເສັ້ນປະສາດຮັບກິ່ນ ດ້ວຍເຫດນີ້ໂ ຄ ວ ິ ດ ຈຶ່ງເປັນໄປໄດ້ທີ່ຈະເຮັດໃຫ້ເສັ້ນປະສາດທາງດ້ານການໄດ້ຍິນບົກພ່ອງ. ນອກຈາກນີ້, ໝໍຍັງບອກວ່າໂ ຄ ວ ິ ດ ສາຍພັນເດລຕາເປັນເລື່ອງທີ່ຄາດເດົາບໍ່ໄດ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.