ໃກ້ຄວາມສຳເລັດ ສະຖານີໂດຍສານລົດໄຟລາວ-ຈີນ ນະຄອນຫຼວງວຽງຈັນ ສ້າງໄດ້ 70% ແລ້ວ

    0
    385

    ໃກ້ຄວາມສຳເລັດ! ສະຖານີໂດຍສານລົດໄຟລາວ-ຈີນ ນະຄອນຫຼວງວຽງຈັນ ສ້າງໄດ້ 70% ແລ້ວໂຄງການກໍ່ສ້າງຈຸດສະຖານີໂດຍສານລົດໄຟລາວ-ຈີນ ນະຄອນຫຼວງ

    ວຽງຈັນ ບ້ານໂຄກສະອາດ ເມືອງໄຊທານີ ຈຸດເຊື່ອມຕໍ່ໃສ່ທາງດ່ວນວຽງຈັນ ໄດ້ສໍາເລັດແລ້ວ 70% ແລະ ກໍາລັງຢູ່ໃນໄລຍະການຕົບແຕ່ງພາຍໃນ ໂດຍຄາດວ່າຈະໃຫ້ສໍາ

    ເລັດໃນເດືອນກັນຍາ 2021ໂດຍຂໍ້ມູນດັ່ງກ່າວ ແມ່ນລາຍງານໂດຍ ຜູ້ອຳນວຍການໃຫ່ຍບໍລິສັດທາງລົດໄຟລາວ-ຈີນ ຕໍ່ກັບ ທ່ານ ສອນໄຊ ສີພັນດອນ ຮອງນາຍົກ

    ລັດຖະມົນຕີ ໃນໂອກາດລົງເຄື່ອນໄຫວຕິດຕາມໂຄງການດັ່ງກ່າວ ສະຖານີດັ່ງກ່າວມີເນື້ອທີ່ທັງໝົດ 15.000 ຕາແມັດ ແລະ ລົງມືກໍ່ສ້າງໃນເດືອນກໍລະກົດ ປີ 2020

    ເປັນຕົ້ນມາ ຮູບແບບການກໍ່ສ້າງເປັນໂຄງເຫຼັກທີ່ມີນໍ້າໜັກ 700 ກວ່າໂຕນ, ມີການຈັດສັນເປັນແຕ່ລະໂຊນເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າທີ່ມາໃຊ້ບໍລິການ

    ໂດຍສະເພາະສະຖານທີ່ຈອດລົດໄດ້ແບ່ງເປັນ 02 ເຂດຄື: ສະຖານທີ່ຈອດລົດເມຈອດໄດ້ 20 ຄັນ ແລະ ບ່ອນຈອດລົດທົ່ວໄປຈອດໄດ້ 40 ຄັນ,ໂຄງການການກໍ່ສ້າງ

    ຮັບປະກັນໃຫ້ສໍາເລັດຕາມແຜນຢ່າງຈົບງາມ ແລະເປີດນໍາໃຊ້ໃນວັນທີ 2 ທັນວາ 2021.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.