ຕອນບ່າຍ 15:00 ໂມງ ຂອງວັນທີ 10 ມີຖຸນາ 2021 ຢູ່ຈຸດກິໂລແມັດທີ K23 ຂອງທາງດ່ວນວຽງຈັນ-ວັງວຽງ ທິດທາງວັງວຽງ ໄປຫາ ນະຄອນຫຼວງວຽງຈັນ ເກີດເຫດລົດຄັນໜຶ່ງໄດ້ປິ້ນລົງທາງດ່ວນ, ໂຊກດີທີ່ບໍ່ມີຄົນໄດ້ຮັບບາດເຈັບ. ພາຍຫຼັງທີ່ພະນັກງານຄຸ້ມຄອງທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ໄດ້ຮັບແຈ້ງ
ເຫດດັ່ງກ່າວກໍ່ໄດ້ລົງໄປຊ່ວຍເຫຼືອຢູ່ສະຖານທີ່ເກີດເຫດທັນທີ່.ອີງຕາມການໃຫ້ການຂອງຜູ້ຂັບຂີ່: ໃນຂະນະທີ່ຂັບຂີ່ຊ່ວງທາງນີ້ແມ່ນຝົນກຳລັງຕົກແຮງ, ລົດມື່ນກະທັນຫັນ, ບໍ່ສາມາດຄວບຄຸມລົດໄດ້ ບໍລິສັດທາງດ່ວນລາວ-ຈີນ ຂໍເຕືອນມາຍັງນັກຂັບຂີ່ທຸກທ່ານ, ຈາກອຸປະຕິເຫດຄັ້ງນີ້ເຮັດໃຫ້ໄດ້ຮຽນຮູ້ວ່າ: 1, ໃນຊ່ວງລະດູຝົນ
ນີ້ ທາງດ່ວນຂໍຄວາມຮ່ວມມືມານໍາຜູ້ຂັບຂີ່ໃຫ້ກວດສອບສະພາບຍານພາຫະນະກ່ອນທີ່ຈະອອກເດີນທາງ, ໂດຍສະເພາະເຊັ່ນ: ລະບົບເບກ, ລະບົບໄຟຕາ, ໄມ້ປັດນໍ້າ
ຝົນ ແລະ ລໍ້ລົດ; 2, ເມື່ອເກີດມີຝົນຕົກໃນຂະນະທີ່ຂັບຂີ່, ຜູ້ຂັບຂີ່ຕ້ອງມີສະຕິຕື່ນຕົວໃນການຫຼຸດຜ່ອນຄວາມໄວຂອງພາຫະນະ ແລະ ຂັບຊ້າລົງ; 3, ເມື່ອເກີດມີຝົນຕົກໃນຂະນະທີ່ຂັບຂີ່ແມ່ນໃຫ້ເປີດໄຟຕາຂອງຍານພາຫະນະ.