ແຈ້ງຂ່າວດີ ສປປ ລາວ ກຽມຮັບວັກຊີນຈຳນວນ 500,000 ໂດສ ໄວໆນີ້

    0
    812

    ຖືວ່າເປັນຂ່າວດີສຳລັບປະຊາຊົນລາວເປັນຢ່າງຍິ່ງ ເພາະ ສປປລາວ ກຽມຕ້ອນຮັບວັກຊີນຈຳນວນ 500,000ໂດສ ເພີ່ມຕື່ມ ຈາກ ສປ.ຈີນ ໃນໄວໆນີ.ອີງຕາມການລາຍງານ ຂອງແຟນເພສແອໂຣລາວ ເຊິ່ງເປັນເພຈຂ່າວການບິນ ໄດ້ຮັບການລາຍງານຈາກພາກສ່ວນກ່ຽວຂ້ອງໃນມໍໆນີ້ວ່າ: ສາຍການບິນຂົນສົ່ງສິນຄ້າ YTO

    Cargo Airlines ຖ້ຽວບິນ YG9099 ຕົ້ນທາງຈາກນະຄອນຫຼວງ ປັກກິ່ງ, ສປ.ຈີນ – ນະຄອນຫຼວງ ວຽງຈັນ ສປປ ລາວ, ຈະນໍາສົ່ງຢາວັກຊີນ ຊີໂນຟາມ (Sinopharm) ຈໍານວນ 500,000 ໂດສ ຊ່ວຍເຫຼືອ ສປປ ລາວ ນໍາໃຊ້ເພື່ອຮັບມືສະຖານະການແຜ່ລະບາດຂອງພະຍາດໂຄວິດ-9 ທີ່ເກີດຂຶ້ນໃນປັດຈຸບັນ ແລະ

    ເພື່ອສ້າງພູມຄຸ້ມກັນໃຫ້ແກ່ປະຊາຊົນບັນດາເຜົ່າ ໃຫ້ດໍາເນີນຊີວິດຢ່າງເປັນປົກກະຕິໂດຍໄວ.ເຊິ່ງການຕ້ອນຮັບວັກຊີນຊຸດດັ່ງກ່າວນັ້ນ ທາງ AeroLaos ຈະຮີບໂຮມຂໍ້ມູນແຈ້ງໃຫ້ຊາບ ຫຼັງໄດ້ຮັບການຢືນຢັນວັນ ແລະ ເວລາ, ເຊິ່ງຈະມີການຖ່າຍທອດສົດເຊັ່ນເຄີຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.