ຄົນເກີດວັນຈັນ:ການງານຍັງຕ້ອງວາງແຜນໃນການເຮັດທຸລະກິດໃຫ້ຫຼາຍກວ່າປົກກະຕິ ການເງິນອາດຈະໄດ້ເສຍເງິນສ້ອມແຊມເຄື່ອງມືເຄື່ອງໃຊ້ໃຫ້ດີຂື້ນ ຄວາມຮັກມີໂອກາດໄດ້ພົບຄົນເກັ່ງ ມີຄວາມສາມາດເຂົ້າມາໃຫ້ຮູ້ຈັກ
ຄົນເກີດວັນອັງຄານ:ການງານພົບຄວາມຈະເລີນຮຸ່ງເຮືອງກ້າວໜ້າໄດ້ເລື່ອນຂັ້ນເລື່ອນຕຳແໜ່ງ ການເງິນມີຄົນຮູ້ຈັກຈະນຳໂຊກດີມາສູ່ທ່ານໃນໄວໆນີ້ ຄວາມຮັກ ມີໂອກາດໄດ້ພົບຄົນຈິດໃຈດີ ເຂົ້າມາໃຫ້ຮູ້ສຶກດີ ແລະ ຮູ້ສຶກຮັກ
ຄົນເກີດວັນພຸດ:ການງານການຕິດຕໍ່ເຈລະຈາຕໍ່ລອງຈະເຮັດໃຫ້ຢູ່ໃນສະຖານນະການທີ່ເຄັ່ງຄຽດ ການເງິນໄດ້ຮັບຂ່າວດີທາງດ້ານການເງິນ ແຕ່ກໍຈະໄດ້ໃຊ້ເງິນກ້ອນໃຫຍ່ຊື້ເຄື່ອງຂອງທີ່ຈໍາເປັນ ຄວາມຮັກອາດພົບສະຖານະການຮັກສາມເສົ້າເຮົາສາມຄົນອາດເຮັດໃຫ້ທ່ານຜິດຫວັງ
ຄົນເກີດວັນພະຫັດ:ການງານມີເຫດເດີນທາງໄກຕິດຕໍ່ວຽກງານແບບເລັ່ງດ່ວນໃນ ການເງິນຈະໄດ້ເຄຣດິດໃນການກູ້ຢືມສິນເຊື່ອຈາກທະນາຄານເພື່ອຊື້ສິ່ງຂອງທີ່ຢາກໄດ້
ຄວາມຮັກເກີດຄວາມຫ່າງເຫິນກັບຄົນຮັກຫລາຍຂຶ້ນອາດເຮັດໃຫ້ທ່ານເປັນຄົນໂສດກໍເປັນໄປໄດ້
ຄົນເກີດວັນສຸກ:ການງານເຮັດທຸລະກິດຮ່ວມກັບຮຸ້ນສ່ວນທີ່ໄວ້ວາງໃຈບໍ່ໄດ້ອາດຖືກໂກງ ການເງິນມີເກນຈະໄດ້ຈ່າຍເງິນສ່ວນເກີນອອກໄປແບບຈໍາເປັນຕ້ອງລະວັງເລື່ອງຂອງລາຍຈ່າຍ ຄວາມຮັກສຸກສົມຫວັງໃນເລື່ອງຂອງຄວາມຮັກຫລືອາດໄດ້ຮັບຂ່າວດີໃນເລື່ອງຂອງການທີ່ຈະມີລູກ
ຄົນເກີດວັນເສົາ:ການງານເຮັດທຸລະກິດປະສົບຄວາມສຳເລັດໄດ້ຜົນກຳໄລຫລາຍ ການເງິນຖານະລ້ຳລວຍຫລາຍກວ່າແຕ່ກ່ອນເພາະທ່ານເປັນຄົນີ່ມີຄວາມພະຍາຍາມຄວາມຮັກໄດ້ພົບຄົນຜິວຂາວຈາກການເຮັດທຸລະກິດຮ່ວມກັນໃນດ້ານການງານ
ຄົນເກີດວັນອາທິດ:ການງານເດິນທາງໄກຕິດຕໍ່ທຸລະກິດຈະການງານປະສົບຄວາມສຳເລັດ ການເງິນມື້ນີ້ໂຊກດີຈະໄດ້ຮັບເງິນກ້ອນໃຫຍ່ເຂົ້າມາໃຫ້ໃຊ້ຈ່າຍ ຄວາມຮັກຍັງບໍ່ໄດ້ໃຫ້ຄວາມສຳຄັນໃນເລື່ອງຄວາມຮັກ