ບໍ່ແກ້ວ! ຈັດກອງປະຊຸມຈັດຕັ້ງທີມຕິດຕາມກວດກາມາດຕະການບໍ່ຊື້ – ບໍ່ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ

    0
    536

    ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງບໍ່ແກ້ວ ສົມທົບກັບ ໂຄງການ CB-DAC ໄດ້ຈັດກອງປະຊຸມຈັດຕັ້ງທີມຕິດຕາມ ແລະ ກວດກາການດໍາເນີນປະຕິບັດມາດຕະການບໍ່ຊື້-ບໍ່ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ແກ່ເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 18 ປີ ຕິດພັນກັບການເຜີຍແຜ່ລະບຽບ-ຂໍ້ຫ້າມ, ມາດຕະການ ຂຶ້ນໃນວັນທີ 9 ມິຖຸນານີ້

    ທີ່ພະແນກດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ສົມສັກ ມະຫາພົນ ຮອງຫົວໜ້າພະແນກ ຖວທແຂວງ, ທ່ານ ອະນຸສິດ ສັກປະເສີດ ຜູ້ອໍານວຍການໂຄງການ CB-DAC ມີຄະນະຮັບຜິດຊອບໂຄງການ, ຂະແໜງ ການທີ່ກ່ຽວຂ້ອງ, ອໍານາດການປົກຄອງບ້ານ 8 ບ້ານ ໃນເທດສະບານແຂວງເຂົ້າຮ່ວມ.

    ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ບັນດາເອກະສານຕ່າງໆເຊັ່ນ: ເອກະສານວ່າດ້ວຍຂໍ້ຫ້າມ ແລະ ມາດຕະການຕໍ່ການຄຸ້ມຄອງເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ເອກະສານກ່ຽວກັບການຫັນປ່ຽນແບບແຜນດໍາລົງຊີວິດແບບໃໝ່, ເອກະສານແຈ້ງການຂອງພະແນກ ຖວທ ແຂວງ ເລກທີ 501/ຖວທ, ລົງວັນທີ 7 ມິຖຸນາ 2021, ແນະນໍາຂໍ້ມູນ ແລະ ວິທີລາຍງານຂໍ້ມູນໃຫ້ທີມງານ 8 ບ້ານ. ຈາກນັ້ນ, ກອງປະຊຸມໄດ້ສົນທະນາແລກປ່ຽນບົດຮຽນຢ່າງກົງໄປກົງມາ.

    ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອແນໃສ່ການສ້າງທີມງານຕິດຕາມກວດກາ ໃນການປະຕິບັດມາດຕະການບໍ່ຊື້-ບໍ່ຂາຍເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ແກ່ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ແລະ ເຮັດໃຫ້ອໍານາດການປົກຄອງບ້ານ 8 ບ້ານ ໃນເທດສະບານແຂວງ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບບັນດານິຕິກໍາການຄວບຄຸມ, ປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນພາຍໃນບ້ານຂອງຕົນ. ທັງເປັນການສ້າງແຜນລົງເກັບກໍາສະຖິຕິບັນດາຮ້ານທີ່ມີການຊື້ – ຂາຍເຄື່ອງດື່ມທີ່ມີທາດເຫຼົ້າຕື່ມອີກ.

    ຂ່າວ-ພາບ: ຄຳພັນ ແກ້ວມະນີ
    ໜັງສືພິມ ປະຊາຊົນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.