ທ່ານ ທອງລຸນ ສີສຸລິດ ປະທານປະເທດ ມອບສານແຕ່ງຕັ້ງ ທູດລາວໄປປະຈຳຢູ່ຕ່າງປະເທດ

    0
    376

    ປະທານປະເທດ ມອບສານແຕ່ງຕັ້ງ ທູດລາວໄປປະຈຳຢູ່ຕ່າງປະເທດ ໃນວັນທີ 9 ມິຖຸນາ 2021 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ລັດສະໝີ ແກ້ວມະນີ ໄປດໍາລົງຕໍາແໜງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນທະລັດ

    ສະວິດ ແລະ ທ່ານ ແສງແກ້ວ ປວງປະດິດ ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສິງກະໂປ.ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານທູດທັງສອງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ໄປປະຕິບັດໜ້າທີ່ການທູດ ປະຈຳ

    ຢູ່ປະເທດດັ່ງກ່າວ, ພ້ອມທັງໃຫ້ທິດຊີ້ນຳຢ່າງເລິກເຊິ່ງ ແລະ ໜັກແໜ້ນ ໂດຍສະເພາະ ການປະຕິບັດໜ້າທີ່ການທູດໃຫ້ເກີດປະໂຫຍດສູງສຸດ ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເປັນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ປະເທດໃຫ້ນັບມື້ດີຂຶ້ນເປັນກ້າວໆ.ທ່ານທູດທັງສອງ ຕາງກໍໄດ້

    ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງການນຳພັກ-ລັດ ຖະບານ ທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແຕ່ງຕັ້ງໃຫ້ເປັນເອກອັກຄະລັດຖະທູດປະຈຳປະເທດດັ່ງກ່າວ. ພ້ອມທັງຢືນຢັນວ່າ ຈະສຸມທຸກຄວາມພະຍາຍາມເພື່ອປະຕິບັດໜ້າທີ່ ທີ່ຖືກມອບໝາຍໃນຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດມາສູ່ປະເທດຊາດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.