ຊົມເຊີຍ..!! ທີມອາສາ ຜູ້ມີຄວາມຫວັງແບ່ງປັນນໍ້າໃຈ ສົມທົບທຶນ ຊ່ວຍເຫລືອຄອບຄົວທຸກຍາກ ຢູ່ເມືອງນາຊາຍທອງ

    0
    799

    ທີມອາສາ ຜູ້ມີຄວາມຫວັງແບ່ງປັນນໍ້າໃຈ ໄດ້ໃຫ້ການຊ່ວຍເຫລືອເຄື່ອງອຸປະໂພກ-ບໍລິໂພກ ແລະ ສ້ອມແປງເຮືອນຢູ່ ແກ່ຄອບຄົວທຸກຍາກ ຈຳນວນ 5 ຫລັງຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ລວມມູນຄ່າການຊ່ວຍເຫລືອທັງໝົດ 100 ລ້ານກວ່າກີບ. ມາໃນວັນທີ 8 ມິຖຸນາ 2021 ນີ້, ໄດ້ມີພິທີມອບ-ຮັບເຮືອນຢູ່ໃຫ້ ລຸງວັ້ນ ພົມສຸວັນ ອາຍຸ 58 ປີ ເຊິ່ງເປັນຄອບຄົວທຸກຍາກ ຢູ່ບ້ານສົງເປືອຍເໜືອ ເມືອງນາຊາຍທອງ ລວມມູນຄ່າ 10 ລ້ານກວ່າກີບ.


    ທ່ານ ນາງ ມະນີວອນ ແກ້ວໂຄດຕະວົງ ຫົວໜ້າທີມອາສາ ຜູ້ມີຄວາມຫວັງແບ່ງປັນ ນໍ້າໃຈ ໄດ້ໃຫ້ຮູ້ວ່າ: ທີມອາສາຜູ້ມີຄວາມຫວັງແບ່ງປັນນໍ້າໃຈ ພວກເຮົາໄດ້ສ້າງຕັ້ງຂຶ້ນໃນເດືອນພຶດສະພາ 2021, ເຊິ່ງເປັນໄລຍະການແພ່ລະບາດຂອງພະຍາດໂຄວິດ-19 ໃນເບື້ອງຕົ້ນທີມອາສາພວກເຮົາ ໄດ້ເອົາເຄື່ອງອຸປະໂພກ-ບໍລິໂພກໄປຊ່ວຍເຫລືອປະຊາຊົນຜູ້ຂາດເຂີນທີ່ໄດ້ຮັບຜົນກະທົບຈາການລະບາດຂອງພະຍາດດັ່ງກ່າວ ແລະ ໃນໂອກາດໄປມອບເຄື່ອງຊ່ວຍເຫລືອນັ້ນ, ທີມງານພວກເຮົາໄດ້ໄປເຫັນປະຊາຊົນບາງຄອບຄົວບໍ່ມີເຮືອນຢູ່ແບບແໜ້ນໜາຖາວອນ ອາໄສຢູ່ຕູບນ້ອຍໆ. ດັ່ງນັ້ນທີມງານພວກເຮົາຈິງໄດ້ປືກສາກັນເພື່ອສົມທົບທຶນຊ່ວຍເຫລືອ ໂດຍໄດ້ຊື້ສັງກະສີ, ໄມ້ແປ້ນ, ອຸປະກອນກໍ່ສ້າງ ແລະ ຈ້າງນາຍຊ່າງ ມາສ້ອບແປງເຮືອນໃຫ້ແກ່ເຂົາເຈົ້າ, ໃນນັ້ນຢູ່ບ້ານແສນດິນ 3 ຫລັງ, ບ້ານຮ່ອງງົວ 1 ຫລັງ ແລະ ບ້ານສົງເປືອຍເໜືອ 1 ຫລັງ.

    ທ່ານ ນາງ ມະນີວອນ ແກ້ວໂຄດຕະວົງ ໄດ້ໃຫ້ຮູ້ອີກວ່າ: ສຳລັບ ທຶນທີ່ເອົາມາຊ່ວຍເຫລືອໃນຄັ້ງ ແມ່ນທຶນສ່ວນຕົວຂອງຂ້າພະເຈົ້າ ແລະ ທຶນສົມທົບຈາກທີມງານໃນກຸ່ມອາສາຈຳນວນໜຶ່ງ. ພາຍຫລັງທີ່ສ້ອມແປງເຮືອນ 5 ຫລັງດັ່ງກ່າວສຳເລັດແລ້ວ, ພວກເຮົາກໍຈະສືບຕໍ່ໃຫ້ການຊ່ວຍເຫລືອປະຊາຊົນຜູ້ທຸກຍາກ ຕາມທ່າແຮງທີ່ເຮົາມີ ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍບັນເທົາທຸກ ໃຫ້ແກ່ເຂົາເຈົ້າ.

    ທີ່ມາ: ຂປລ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.