ໃນວັນທີ 9 ມິຖຸນາ 2021 ທ່ານ ດຣ.ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພ ະ ຍ າ ດ ໂ ຄ ວ ິ ດຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ມາຮອດປະຈຸບັນ ທົ່ວປະເທດມີຕົວເລກສະສົມທົ່ວປະເທດ1.971ກໍລະນີ (ໃໝ່ 1)
ເສຍຊີວິດ3ກໍລະນີ,ປິ່ນປົວຫາຍດີສະສົມ1.793ກໍລະນີ(ໃໝ່ 20)ກຳລັງປິ່ນປົວ173ກໍລະນີ;ວັນທີ8ມິຖຸນາ 2021ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ1.401ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ1ກໍລະນີ, ທັງໝົດແມ່ນຈາກນະຄອນຫຼວງວຽງຈັນ ແລະ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ.ທ່ານກ່າວຕື່ມວ່າ: ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່57ສູນ ແລະ ມີຜູ້ຈຳກັດບໍລິເວນ3.866ຄົນ; ວັນທີ 8
ມິຖຸນາ 2021 ມີຄົນເດີນທາງເຂົ້າມາ ສປປ ລາວ ມີທັງໝົດ2.540ຄົນ, ດັ່ງຕໍ່ໄປນີ້: ຜ່ານດ່ານລາວ-ໄທ ມີ 1.794 ຄົນ; ຜ່ານດ່ານລາວ-ຈີນ 16 ຄົນ; ຜ່ານດ່ານລາວ-ຫວຽດນາມ 728 ຄົນ ແລະ ຜ່ານຊາຍແດນລາວ-ກຳປູເຈຍ 2 ຄົນ. ໄດ້ຕິດຕາມເຝົ້າລະວັງ ແລະ ກັ່ນກອງຢ່າງເຄັ່ງຄັດບຸກຄົນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ທີ່ມີຄວາມຈຳເປັນເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະນີ້ ແລະ ໄດ້ນຳໄປກວດຫາເຊື້ອ ແລະ ເຂົ້າຈຳກັດບໍລິເວນຕົນເອງຈົນຄົບ 14 ວັນ.
ຮຽກຮ້ອງໃຫ້ ເຈົ້າໜ້າທີ່ ປກຊ ປກສ ແລະ ອຳນາດການປົກຄອງແຕ່ລະຂັ້ນ ຈົ່ງເຂັ້ມງວດໃນການກວດກາຕິດຕາມຊາຍແດນຈຸດຂ້າມລອຍຕ່າງໆເພື່ອຮັບປະກັນບໍ່ໃຫ້ມີການລັກລອບເຂົ້າເມືອງ.ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພ ະ ຍ າ ດ ໂ ຄ ວ ິ ດ ມີດັ່ງນີ້:ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ
ໂຮງໝໍ 103 ສູນກາງກອງທັບ ນອກນັ້ນ, ສຳລັບຈຸດກວດ ຢູ່ ມສ ລາວ ຫວຽດ ແມ່ນຍ້າຍໄປເປັນ ມສ ສີໂຄດ ທີ່ຍັງໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູຈຸດໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳພັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ17ບ້ານ ໃນ6ເມືອງ.
ທີ່ມາ ເສດຖະກິດການຄ້າ