ພົບການລະບາດພະຍາດຜີວໜັງອັກເສບງົວ – ຄວາຍທີ່ແຂວງສະຫວັນນະເຂດ ຈຳນວນ 4.000 ກວ່າໂຕຈາກການໃຫ້ສຳພາດຂອງທ່ານ ນາງ ອໍລະວັນ ສາມາດມະນີວົງ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ ຕໍ່ຜູ້ສື່ຂ່າວວິທະຍະກະຈາຍສຽງແຂວງ ໃນຄັ້ງວັນທີ 8 ມິຖຸນາ 2021 ນີ້ ກ່ຽວກັບການລະບາດຂອງພະຍາດຜີວໜັງອັກເສບສຳລັບງົວ ແລະ ຄວາຍ. ຊຶ່ງຢູ່ແຂວງສະຫວັນນະເຂດເຂດ ແມ່ນໄດ້ເກີດມີການລະບາດຂອງພະຍາດຜີວໜັງອັກເສບງົວ ແລະ ຄວາຍໃນໄລຍະເດືອນກຸມພາຜ່ານມາ ຢູ່ທີ່ບ້ານຈຳນວນໜຶ່ງໃນນະຄອນໄກສອນພົມວິຫານ ເຊິ່ງພະຍາດດັ່ງກ່າວຈະສັງເກດເຫັນໄດ້ຈາກອາການທີ່
ເປັນຕຸ່ມພຸພອງຢູ່ຕາມຜີວໜັງຂອງສັດປະເພດງົວ ແລະ ຄວາຍ ໂດຍພະຍາດຜີວໜັງອັກເສບງົວ – ຄວາຍເປັນພະຍາດທີ່ມີການແຜ່ເຊື້ອໄດ້ງ່າຍ ແລະ ໄວເພາະມັນເປັນໄວຣັດຊະນິດໜຶ່ງທີ່ເກີດຂຶ້ນສະເພາະແຕ່ງົວແລະຄວາຍເທົ່ານັ້ນ ໂດຍພະຍາດນີ້ຈະບໍ່ສາມາດແຜ່ເຊື້ອໃຫ້ກັບຄົນ ຫຼື ສັດປະເພດອື່ນໆໄດ້. ພະຍາດຜີວໜັງອັກເສບງົວ – ຄວາຍເປັນພະຍາດທີ່ຄ້າຍຄືກັນກັບພະຍາດໄຂ້ຍຸງລາຍທີ່ເກີດຈາກສັດດູດເລືອດປະເພດໂຕເຫັບ,ເຫຼືອກ,ຍຸງ,ຮິ້ນ ທີ່ໄປດູດເລືອດສັດທີ່ເປັນພະຍາດແລ້ວໄປກັດ ຫຼື ດູດເລືອດສັດໂຕອື່ນ ແລະ ເກີດຈາກການສຳຜັດກັນລະຫວ່າງສັດທີ່ຕິດເຊື້ອແລ້ວກັບສັດທີ່ແຂງແຮງ ກໍ່ຈະພາໃຫ້ສັດທີ່ແຂງແຮງຕິດເຊື້ອໄປນຳກັນ. ຕົກມາໃນໄລຍະທ້າຍເດືອນເມສາຕໍ່ໃສ່ເດືອນພຶດສະພາ ພະຍາດດັ່ງກ່າວແມ່ນໄດ້ມີການແຜ່ລະບາດເປັນວົງກວ້າງຢູ່ບັນດາເມືອງຕ່າງໆ ມາຮອດປັດຈຸບັນພະຍາດຜີວໜັງອັກເສບງົວ –
ຄວາຍແມ່ນໄດ້ມີການລະບາດໄປເກືອບທົ່ວແຂວງແລ້ວ ພາຍຫຼັງທີ່ມີການລະບາດທາງພະແນກກະສິກຳ ແລະ ປ່າໄມ້ແຂວງກໍ່ຄືຂະແໜງການທີ່ກ່ຽວຂ້ອງກໍ່ໄດ້ມີມາດຕະການໃນການປ້ອງກັນ ໂດຍການຫ້າມບໍ່ໃຫ້ມີການເຄື່ອນຍ້າຍສັດຈາກເຂດໜຶ່ງໄປຫາອີກເຂດໜຶ່ງ ພ້ອມທັງໃຫ້ຄຳປຶກສາແນະນຳກ່ຽວກັບການ ປິ່ນປົວພະຍາດນີ້ ຊຶ່ງພະຍາດດັ່ງກ່າວແມ່ນຍັງບໍ່ທັນມີວັກຊິນປ້ອງກັນເທື່ອສຳລັບຢູ່ປະເທດລາວເຮົາ. ມາຮອດປັດຈຸບັນສາມາດສັງລວມການລະບາດຂອງພະຍາດຜີວໜັງອັກເສບງົວ – ຄວາຍໃນຂອບເຂດທົ່ວແຂວງມີທັງໝົດ 190 ກວ່າບ້ານ,ມີສັດ 4.700 ກວ່າໂຕ,ປິ່ນປົວດີແລ້ວ 2.500 ກວ່າໂຕ,ສັດຕາຍຈຳນວນ 60 ກວ່າໂຕ ແລະ ກຳລັງສືບຕໍ່ປິ່ນປົວອີກຈຳນວນໜຶ່ງ