ດວງລາຍວັນປະຈຳວັນທີ 09 ມີຖຸນາ 2021 ການງານ ການເງິນ ຄວາມຮັກ

    0
    675

    ວັນຈັນ:ການ​ງານ ການ​ວາງ​ແຜນ​ການ​ເຮັດ​ວຽກງານ​ໃນ​ຊ່ວງ​ນີ້​ເປັນ​ເລື່ອງ​ສຳຄັນ​ ເພາະ​ຄວາມ​ເປັນ​ມື​ອາ​ຊີບ​ຂອງ​ທ່ານຈະ​ເຮັດໃຫ້​ງານ​ຕ່າງ​ໆ​ ສຳ​ເລັດ​ໄປ​ໄດ້​​ດີ​ ການ​ເງິນ ໂຊ​ກດີ​ຈະ​ໄດ້​ເງີນ​ເຂົ້າ​ມາ​ເພິ່ມເຕິມ​ ເພີ່ມ​ຂຶ້ນ​ຢ່າງ​ເປັນ​ໂຊກ​ ແຕ່​ກໍ​ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ເປັນ​ການ​ລົງ​ທຶນ​ ຊຶ່ງ​ເປັນ​ລັກສະນະ​ຂອງ​ການ​ໝຸນ​ເງີນ​ ຄວາມ​ຮັກ ຖ້າ​ຈະ​ພົບ​ໃຜ​ໃນ​ຊ່ວງ​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ ຈະ​ເປັນ​ຜິວ​ສອງ​ສີ​ ບຸນ​ເກົ່າ​ຈະນຳ​ມາ​ໃຫ້​ໄດ້​ພົບ​ກັນ​ນັ້ນ​ເອງ​

    ວັນຄານ:ການ​ງານ ການ​ເຈລະ​ຈາ​ຕໍ່​ລອງ​ມີ​ຄວາມ​ສຳ​ເລັດ​ຢູ່ໃນ​ເກນ​ທີ່​ດີ​ ຈະ​ມີ​ການ​ປ່ຽນ​ແປງ​ໂຍກຍ້າຍ​ເກີດ​ຂຶ້ນ​ໃນ​ຊ່ວງ​ນີ້​ເຊັ່ນ​ກັນ​ ການ​ເງິນ ກັງ​ວົນ​ກ່ຽວກັບ​ເລື່ອງ​ການ​ໃຊ້​ຈ່າຍ​ການ​ໃຊ້​ເງີນ​ ແຕ່​ກໍ​ຈະ​ຫາ​ເຂົ້າ​ມາ​ໄດ້​ເພີ່ມ​ຂຶ້ນ​ ມື້​ນີ້​ມີ​ໂຊກ​ດີ​ ຄວາມ​ຮັກ ມີ​ເລື່ອງ​ກວນ​ໃຈ​​ ກ່ຽວກັບ​ເລື່ອງ​ຄວາມ​ຮັກ​ໃນ​ຊ່ວງ​ນີ້​ ແຕ່​ຮູບ​ທັງຫມົດ​ກໍ​ຈະ​ມີ​ຄວາມ​ສຸກ​ ແລະ​ລົງ​ຕົວ​ໄດ້​

    ວັນພຸດ:ການ​ງານ​ ຍັງ​ຄົງ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ທາງ​ດ້ານ​ການ​ງານ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ສະເໝີ​ ຄວາມ​ສາມາດ​ຂອງ​ຕົນເອງ​ ການ​ເງິນ ຊ່ວງ​ນີ້​ມີ​ຄ່າ​ໃຊ້​ຈ່າຍ​ກ່ຽວກັບ​ການ​ຕົກ​ແຕ່ງທີ່​ຢູ່​ອາໄສ​ ຫລື​ຈ່າຍ​ໃນ​ເລື່ອງ​ຂອງ​ບໍລິວານ​ ແລະ​ຜູ້ໃຫຍ່​ທີ່​ຕ້ອງ​ເບິ່ງ​ແຍງ​ ຄວາມ​ຮັກ ລະ​ວັງ​ຄຳ​ເວົ້າ​ທີ່​ເກີດ​ຈາກ​ຄວາມ​ໃຈ​ຮ້ອນ​ ບໍ່​ຄິດ​ໃຫ້​ດີ​ກ່ອນ​ຈະ​ສົ່ງ​ຜົນ​ເສຍ​ຕໍ່​ຄວາມ​ສຳພັນ​ ​

    ວັນພະຫັດ:ການ​ງານ ເປົ້າ​ໝາຍ​ໃນ​ເລື່ອງ​ການ​ວາງ​ແຜນ​ໃນ​ເລື່ອງ​ການ​ງານ​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ທີ່​ຈະ​ສ້າງສັນ​ ຜົນ​ງານ​ອອກ​ມາ​ໄດ້​ດີ​ຢູ່​ນັ້ນ​ເອງ​ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ ຕິດ​ຂັດ​ອຸປະສັກ​ ແຕ່​ກໍ​ຈະ​ໄດ້​ເງີນ​ເຂົ້າ​ມາ​ເພິ່ມເຕິມ​ ເພີ່ມ​ຂຶ້ນ​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກ ຖ້າ​ຈະ​ພົບ​​ໃຜ​ໃນ​ຊ່ວງ​ນີ້​ຈະ​ຢູ່ໃນ​ເກນ​ອາ​ຍຸ​ນ້ອຍ​ກວ່າ​ ລາວເປັນ​ຄົນ​ໝັ່ນໃຈ​ໃນ​ຕົນເອງ​ ສ້າງສັນ​ ສະຫລຽວ​ສະຫລາດ​ ຊ່າງ​ເວົ້າ​

    ວັນສຸກ:ການ​ງານ ຕ້ອງ​ເຮັດວຽກ​ທີ່ມັກ​ ຫລື​ງານ​ທີ່​ມັກ​ເທົ່າ​ນັ້ນ​ຈຶ່ງ​ຈະ​ສາມາດ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ ແຕ່​ກໍ​ຢ່າ​ເຮັດວຽກ​​ໜັກ​ຈົນ​ເສຍ​ສຸກຂະພາບ​ ຈະ​ໄດ້​ບໍ່​ຄຸ້ມ​ເສຍ​ ການ​ເງິນ ໝຸນ​ຫາ​ໃຊ້​ຈ່າຍ​ເງີນ​ໃຫ້​ຜ່ານ​ພົ້ນ​ໃນສະຖານນະການ​ທີ່ວຸ້ນ​ແບບ​ນີ້​ໄປ​ໄດ້ຍ້ອນ​ຄວາມ​ສາມາດ​ຂອງ​ ຕົນເອງ​ ຄວາມ​ຮັກ ພົບ​ໃຜ​ບາງ​ຄົນ​ໃນ​ຊ່ວງ​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ ເປັນ​ການສຶກສາ​ເບິ່ງ​ໃຈ​ກັນ​ ເພື່ອ​ສ້າງ​ຄວາມ​ສະໜິດ​ສະໜົມ​ ແລະ​ພັດທະນາ​ຄວາມ​ສຳພັນ​ກັນ​ຕໍ່ໄປ​

    ວັນເສົາ:ການ​ງານ ຮູ້ສຶກ​ເບື່ອ​ໃນ​ງານ​ທີ່​ເຮັດ​ ແຕ່​ທ່ານໂຊກ​ດີ​ ເພາະ​ມີ​ບໍລິວານ​ຄອຍ​ຖ້າ​ຊ່ວຍ​ເຫລືອ​ສະເໝີ​ ການ​ເງິນ ຢູ່ໃນ​ເກນ​ທີ່​ຫມັ້ນຄົງ​ ເປັນ​ໄປ​ໄດ້​ວ່າ​ຈະ​ມີ​ເງີນ​ເກັບ​ເພີ່ມ​ຂຶ້ນ​ໃນ​ຊ່ວງ​ນີ້​ ຄວາມ​ຮັກ ຈະ​ພົບ​ຄົນ​ມີ​ສະເນ່​​ຫລາຍໆ​ ເປັນ​ຄົນ​ຜິວ​ຂາວ​ ຄວາມ​ສຳພັນ​ພັດທະນາລົງ​ຕົວ​ ແລະ​ມີ​ຄວາມ​ສຸກ​

    ວັນອາທິດ:ການ​ງານ ຊ່ວງ​ນີ້​ເຮັດ​ຫຍັງ​ຕ້ອງ​ພຶ່ງ​ພາ​ຕົນເອງ​ຫລາຍ​ໆ​ ບໍ່​ສາມາດ​ທີ່​ຈະ​ພຶ່ງ​ພາຄົ​ນ​ອື່ນ​ໄດ້​ ແຕ່​ກໍ​ສາມາດ​ຈະ​ສ້າງ​ຜົນ​ງານ​ທີ່​ດີ​ໄດ້​ດ້ວຍ​ຕົນເອງ​ ການ​ເງິນ ຢູ່ໃນ​ເກນ​ຊົງ​ຕົວ​ໃນ​ຊ່ວງ​ນີ້​ ແຕ່​ເບິ່ງ​ຄື​ວ່າ​ມີຄົນ​ຍາກ​ຈະ​ເຂົ້າ​ມາ​ຫຢິບ​ຢືມ​ເງີນ​ຂອງ​ທ່ານ​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກ ຍັງ​ຢູ່ໃນ​ສະຖານນະການ​ຄວາມ​ຮັກ​ທີ່​ບໍ່​ເປີດ​ເຜີຍ​ ຫລື​ມີຄົ​ນ​ເຂົ້າ​ມາ​ໃຫ້​ເລືອກ​ຫລາຍກວ່າ​ໜຶ່ງ​ຄົນ​ກໍ​ເປັນ​ໄປ​ໄດ້​

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.