ໄຟຟ້າລາວ ສາຂາ 1 ນວ ສືບຕໍ່ສ້ອມແປງລະບົບສາຍສົ່ງ ຢູ່ ເຂດເມືອງສີໂຄດຕະບອງ

    0
    367

    ວັນທີ 6 ມິຖຸນາ 2021 ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງ 1 ສືບຕໍ່ແຜນສ້ອມແປງ ແລະ ບໍາລຸງຮັກສາ ລະບົບຈໍາໜ່າຍ 22 ກິໂລໂວນ ໃນຂອບເຂດແລວຕາຂ່າຍຂອງສະຖານີໄຟຟ້າໜອງບຶກ, ເຊິ່ງມີຄວາມຍາວປະມານ 22 ກິໂລແມັດ ໃນເຂດເມືອງສີໂຄດຕະບອງ ຕາມແຜນສ້ອມແປງປະຈຳປີ 2021 ຂອງ ລັດ

    ວິສາຫະກິດໄຟຟ້າລາວ.ການສ້ອມແປງໃນຄັ້ງນີ້ ເປັນການເຮັດວຽກຮ່ວມກັນຂອງ 4 ສູນບໍລິການຄື: ສູນບໍລິການ ເມືອງສີໂຄດຕະບອງ, ສູນບໍລິການ ຈັນທະບູລີ, ສູນບໍລິການ ເມືອງສີສັດຕະນາກ ແລະ ສູນບໍລິການເມືອງໄຊເສດຖາ. ໜ້າວຽກຫຼັກປະກອບມີ ການບໍາລຸງຮັກສາດອກກັນໄຟ, ຈຸດຕໍ່ຂອງສາຍໄຟ ,ຈຸດທີ່ມີສຽງດັງ ,

    ອານາໄມຕົ້ນໄມ້ອອກຈາກແລວສາຍໄຟ ແລະ ຕິດຕັ້ງອຸປະກອນເສີມໝໍ້ແປງ.ແຜນສ້ອມແປງລະບົບສາຍສົ່ງ ເປັນແຜນປະຈໍາປີ 2021 ຂອງລັດວິສາຫະກິດໄຟຟ້າລາວ

    ຢູ່ 3 ສະຖານີຄື: ສະຖານີປາກທ້າງ, ສະຖານີດອນກອຍ ແລະ ສະຖານີວຽງແກ້ວ ທີ່ໄດ້ເລີ່ມຈັດຕັ້ງປະຕິບັດ ໃນວັນທີ 5 ແລະ ຈະສໍາເລັດໃນທ້າຍເດືອນ ມິຖຸນາ 2021 ເພື່ອຍົກລະດັບການສະໜອງໄຟຟ້າໃຫ້ພຽງພໍ ແລະມີຄຸນນະພາບ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.