ຂໍຊົມເຊີຍ…!!! ສອງກຳລັງຫຼັກໆ ປກຊ-ປກສ ສືບຕໍ່ປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ.

    0
    1129

    ໃນວັນທີ 04 ມິຖຸນາ 2021 ນີ້, ສະຫາຍ ພັນໂທ ຈັນພອນເພັດ ຄຳສີ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ແລະ ສະຫາຍ ພັນໂທ ເນັງສີດາ ເບຼຍລືມົວ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການບັນຊາທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ສືບຕໍ່ລົງສຸກຍູ້ວຽງານຕ້ານ ແລະ ສະກັດກັ້ນພະຍາດລະບາດໂຄວິດ-19 ຢູ່ຈຸດກວດດ່ານນ້ຳທຸງ.

    ຈາກການລົງກວດກາຕົວຈິງເຫັນວ່າທຸກພາກສ່ວນ ແມ່ນໄດ້ເປັນເຈົ້າການປະຕິບັດຕາມມາດຕະການຕ່າງໆ ທີ່ຂັ້ນເທິງວາງອອກ ເວົ້າລວມ ເວົ້າສະເພາະ ຢູ່ດ່ານກວດຄົນເຂົ້າ-ອອກລະຫ່ວາງ ແຂວງ ຕໍ່ ແຂວງ, ເມືອງ ຕໍ່ ເມືອງ, ບ້ານ ຕໍ່ ບ້ານ, ແມ່ນມີຄວາມເຂັ້ມງວດ. ການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ຂັ້ນເທິງວາງອອກໃນການສະກັດກັ້ນ ແລະ ຕອບຕ້ານກັບພະຍາດໂຄວິດ-19

    ຢູ່ຈຸດດ່ານດັ່ງກ່າວໄດ້ຈັດຕັ້ງຫຼາຍພາກສ່ວນໃນການກວດຄົນເຂົ້າ-ອອກເມືອງ ເຊິ່ງໃນໄລຍະຜ່ານມາການຈັດຕັ້ງປະຕິບັດແມ່ນມີຄວາມສະຫງົບ ໂດຍພື້ນຖານ ການສັນຈອນໄປມາແມ່ນມີຄວາມເປັນລະບຽບຮຽບຮ້ອຍ ສາມາດຮັບປະກັນໄດ້ຕາມມາດຕະການປ້ອງກັນພະຍາດໂຄວິດ-19. ແຕ່ເຖິ່ງຢ່າງໃດກໍ່ຕາມການເຂົ້າ-ອອກເມືອງ ຕ້ອງໄດ້ຮັບອະນຸຍາດຈາກທາງການກໍ່ຄືໜ່ວຍງານສະເພາະກິດ ແລະ ໜ່ວຍງານຮັບຜິດຊອບຂອງບ້ານດັ່ງກ່າວຢ່າງເຄັ່ງຂັດ.

    ໂອກາດນີ້ ສະຫາຍ ພັນໂທ ຈັນພອນເພັດ ຄຳສີ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ທຸກໆພາກສ່ວນທີ່ໄດ້ເອົາໃຈໃສ່ຕໍ່ໜ້າທີ່ຂອງຕົນຕາມຂັ້ນເທິງມອບໝາຍໃຫ້ ພ້ອມທັງເນັ້ນໜັກໃຫ້ທຸກພາກສ່ວນທີ່ປະຈໍາຢູ່ບັນດາຈຸດດ່ານກວດກາ ປ້ອງກັນຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດເປັນວົງກວ້າງພາຍໃນປະເທດເຮົາ

    ເວົ້າລວມເວົ້າສະເພາະ ແຂວງບໍ່ແກ້ວ ໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ສືບຕໍ່ເອົາໃຈໃສ່ເຮັດໜ້າທີ່ປ້ອງກັນຄວບຄຸມມາດຕະການຕ່າງໆຢ່າງເຂັ້ມງວດຈົນກວ່າຈະມີຄໍາສັ່ງປ່ຽນແປງ.

    ໂດຍ: ວໍລະສິດ ພິດສະຫາຍ.

    ທີ່ມາ:ໜັງສືພິມບໍ່ແກ້ວ Bokeo Newspaper

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.