ໃນປີ 2021 ປະຊາຊົນບ້ານນາອຸງ ເມືອງຄຳແຂວງຊຽງຂວາງ, ເຮັດນາແຊງໃນເນື້ອທີ່ 40 ເຮັກຕາ ໃຫ້ຜົນຜະລິດສະເລ່ຍເຮັກຕ່າໜຶ່ງໄດ້ເຂົ້າ 4 ໂຕ່ນຖ້າທຽບໃສ່ການເຮັດນາປີແມ່ນໄດ້ດີພໍສົມຄວນ. ຍ້ອນຄວາມດຸໝັ່ນ ບວກກັບຄວາມມັກຮັກໃນການອອກແຮງງານຂອງປະຊາຊົນ ບ້ານນາອຸງ ເມືອງຄຳ ແຂວງຊຽງຂວາງ.
ມາເຖິງປະຈຸບັນນີ້ຖືວ່າເກັບກ່ຽວຜົນຜະລິດເຂົ້ານາແຊງສຳເລັດ 100% ການເຮັດນາແຊງຂອງປະຊາຊຊົນບ້ານນາອຸງໃນປີນີ້ຖືວ່າໄດ້ຮັບຜົນຜະລິດສູງສົມຄວນເນື່ອງຈາກດິນຟ້າອາກາດອຳໜ່ວຍຄວາມສະດວກ ແລະ ຊົນລະປະທານສະໜອງນ້ຳເຂົ້າໃນການເຮັດນາແຊງກໍ່ພຽງພໍ, ສະເລ່ຍຜົນຜະລິດໃນ 1 ເຮັກຕ່າ ໄດ້ເຂົ້າ 4 ໂຕ່ນ, ໃນເນື້ອທີ່ 40 ເຮັກຕ່າ ຈະໄດ້ເຂົ້າປະມານ 160 ໂຕ່ນ, ຂາຍໃນລາຄາກິໂລລະ 5.000ກີບ, ໃນ 160 ໂຕ່ນ ເປັນເງີນທັງໝົດ 800 ລ້ານກີບ.ທຽບໃສ່ປີຜ່ານມາເພີ່ມຂື້ນ 40 ໂຕ່ນ, ແນວພັນເຂົ້າທີ່ນຳມາປູກສ່ວນຫຼາຍແມ່ນແນວພັນເຂົ້າໄກ່ນ້ອຍ ເຊິ່ງເປັນແນວພັນເຂົ້າທີ່ນິຍົມກັນປູກຫຼາຍຢູ່ແຂວງຊຽງຂວາງ ໃຫ້ຜົນຜະລິດສູງ ມີກິ່ນຫອມ ອ່ອນນຸ່ມ ຫລືອາດຈະເວົ້າໄດ້ວ່າເປັນແນວພັນເຂົ້າອັນດັບໜຶ່ງຂອງລາວເຮົາກໍ່ວ່າໄດ້.
ພາບ+ຂ່າວ: ສົມພອນ ເທບທິລາດ