ມັກກະເສດບໍ່ຄວນພາດ…!!! ເປີດສູດການລ້ຽງປາກົດ ແບບທຳມະຊາດ 5 ເດືອນຈັບຂາຍໄດ້ ສ້າງລາຍໄດ້ດີ.

    0
    489

    ການລ້ຽງປາກົດ ເຊື່ອວ່າຫຼາຍຄົນຄືຊີຮູ້ຈັກແລະຄຸ້ນເລີຍ ແລະ ມັກຮັບປະທານປາຊະນິດນີ້ ເພາະເປັນປາທີ່ມີລົດຊາດແຊບ ນຳມາປຸງອາຫານໄດ້ຫຼາກຫຼາຍຊະນິດ ທັງ ແກງ,ຜັດ,ຕົ້ນຢຳ,ປີ້ງ,ຢ້າງ ແລະ ອື້ນໆ.

    ປາກົດເປັນປາທີ່ມີຄຸນຄ່າທາງເສດຖະກິດສູງ ລາຄາດີ ແຕ່ປາກົດທີ່ເຮົາກິນເປັນປະຈຳນັ້ນສ່ວນໃຫຍ່ຈະເປັນປາທີ່ຫາມາຈາກທຳມະຊາດ ເພາະປາກົດແຜ່ກະຈາຍໃນແຫຼ່ງນຳ້ຈືດທົ່ວໄປຂອງເອເຊຍ

    ເມື່ອທຳມະຊາດຫຼຸດຈຳນວນລົງ ຂະນະທີ່ຄວາມຕ້ອງການບໍລິໂພກຍັງມີສູງຄືເກົ່າຈິ່ງເຮັດໃຫ້ເກີດການເພາະພັນລ້ຽງເອງຂື້ນ ເຊິ່ງກໍ່ໄດ້ຮັບຄວາມສົນໃຈແລະຂະຫຍາຍການລ້ຽງຫຼາຍຂື້ນໃນຊ່ວງ 2-3 ປີທີ່ຜ່ານມາ.

    ແຕ່ລູກປາຍັງຫາຍາກ ເພາະຄົນທີ່ເພາະພັນ ແລະ ຜະລິດລູກປາກົດຍັງມີໜ່ອຍ ຈິ່ງເຮັດໃຫ້ການລ້ຽງປາກົດຍັງຂະຫຍາຍຕົວບໍ່ຫຼາຍປານໃດຂະນະທີ່ຄວາມຕ້ອງການຍັງມີຫຼາຍ

    ຫາກໃຜຕິດຕາມເລື່ອງລາວຂອງປາກົດຈະເຫັນວ່າໜ່ວຍງານທີ່ມີການສຶກສາ ແລະ ເຜີຍແຜ່ຂໍ້ມູນການລ້ຽງປາກົດຈະເປັນສູນວິໄຈແລະພັນທະນາປາມົງນຳ້ຈືດຂອງການປະມົງ

    + ການລ້ຽງປາກົດໃນບໍ່ດິນ ແທ້ຈິງແລ້ວການລ້ຽງປາກົດ ສາມາດລ້ຽງໄດ້ທັງບໍ່ດິນແລະບໍ່ປູນ ຫຼື ກະຊັງ,ບໍ່ປູພາລສຕິກ ແຕ່ທີ່ແນະນຳໃຫ້ຄັ້ງນີ້ຈະເປັນການລ້ຽງໃນບໍ່ດິນຊຶງປາຈະເຕີບໃຫຍ່ໄວ

    ຕ່າງຈາກບໍ່ປູນຫຼືບໍ່ອື້ນໆຊຶງຈະຄວບຄຸມອຸນຫະພູມຂອງນຳ້ໄດ້ຍາກກວ່າເຮັດໃຫ້ອັດຕາການຈະເລີນເຕີບໂຕຊ້າກວ່າ ການກຽມບໍ່ໂດຍທົ່ວໄປກໍ່ຈະຕາກພື້ນບໍ່ໃຫ້ແຫ່ງພ້ອມທັງປັບສະພາບກົ້ນບໍ່ໃຫ້ສະອາດ.

    ໃສ່ປູນຂາວເພື່ອປັບສະພາບຂອງດິນ ເພື່ອສ້າງສະພາບແວດລ້ອມໃຫ້ໃກ້ຄຽງກັບທຳມະຊາດການລ້ຽງໃນບໍ່ດິນຈິ່ງເໝາະສົມທີ່ສຸດ ການລ້ຽງແບບນີ້ຈະຄວບຄຸມອຸນຫະພູມໄດ້ດີເຮັດໃຫ້ປາກິນອາຫານແລະໃຫຍ່ໄວອີກດ້ວຍ.

    + ລູກປາກົດຄັງ
    ຂະໜາດທີ່ນິຍົມລ້ຽງຈະເປັນບໍ່ຂະໜາດ 1 ງານ ຊຶງເປັນບໍ່ທີ່ຈັດການງ່າຍທັງການລ້ຽງແລະຈັບຂາຍຫຼັງຈາກກຽມບໍ່ສຳເລັດກໍ່ສ້າງອາຫານທຳມະຊາດໃຫ້ກັບລູກປາໂດຍໃສ່ເຟືອງຮອງພື້ນກົ້ນບໍ່

    ເບິ່ງວ່າບໍ່ໃຫ້ເຟືອງໜາຫຼືບາງເກີນໄປ ແລ້ວໃສ່ຝຸ່ນຄອກເຊັ່ນ : ຂີ່ໄກ່ ອັດຕາປະມານ 60-100 ກກ/ໄລ່ຈາກນັ້ນກໍ່ປ່ອຍນ້ຳເຂົ້າບໍ່ໂດຍຕອງບໍ່ໃຫ້ສັດຕູຂອງປາຕິດເຂົ້າມານຳກັບນຳ້

    ລະດັບນຳ້ຊ່ວງແລກອາດຈະສູງ 20-30 ຊມ ໃນຊ່ວງອະນຸບານ ຈະນັ້ນເພີ່ມຂື້ນເລືອຍໆ ຈົນເຖິງ 1 ແມັດ ແລະ ຮັກສາລະດັບນຳ້ໄປຕະຫຼອດການລ້ຽງ ຫຼັງ 3 ວັນທີ່ປ່ອຍນຳ້ເຂົ້າກໍ່ຈະເກີດອາຫານທຳມະຊາດຫຼືໄຮແດງຂື້ນ

    ຈາກນັ້ນຈິງປ່ອຍປາລົງລ້ຽງ ບໍ່ຂະໜາດ 1 ງານນີ້ຈະປ່ອຍລູກປາຂະໜາດ 1 ນີ້ວ ໄດ້ 3,000 ໂຕ ການປ່ອຍລູກປາລົງບໍ່ຈະຕ້ອງປັບສະພາບອຸນຫະພູມນຳ້ໃນຖົງກ່ອນ.

    ໂດຍແຊ້ຖົງບັນຈຸປາໃນນຳ້ປະມານ 30 ນາທີ ຈຶງປ່ອຍລູກປາ ເວລາທີ່ເໝາະສົມໃນການປ່ອຍລູກປາ ຄວນເປັນເວລາຕອນແລງ ຫຼື ຕອນເຊົ້າເທົ້ານັ້ນ.

    + ການໃຫ້ອາຫານ : ເນັ້ນອາຫານທຳມະຊາດ ເສີມອາຫານເມັດແດ່! ສາມາດຫຼຸດຕົ້ນທຶນຄ່າອາຫານດ້ວຍການໃຫ້ຂີ່ກະເດືອນເຊິ່ງປາກົດຈະມັກ ໄລຍະການລ້ຽງຄວນລ້ຽງຂີ່ກະເດືອນໄປພ້ອມເລີຍ.

    ຊຶງຂີ່ກະເດືອນຈະນຳມາເປັນອາຫານປາກົດນັ້ນຈະລ້ຽງ 1 ເດືອນ ການລ້ຽງຂີ່ກະເດືອນຈະເຮັດໃນບໍ່ປູນຫຼືພາລາສຕິກແລະໃຫ້ອາຫານທຳມະຊາດໂດຍເສດຜັກ,ໃບໄມ້,ຫຍ້າແລະອື້ນໆ

    ອັດຕາການລ້ຽງຂີ່ກະເດືອນ 4 ກກ ຕໍ່ 1 ງານທຸກວັນ ຂີ່ກະເດືອນເປັນອາຫານທຳມະຊາດທີ່ຈະຊ່ວຍໃຫ້ປາກົດຈະເລີນເຕີບໂຕໄວແລະປະຢັດຕົ້ນທຶນຄ່າອາຫານເມັດໄດ້ຫຼາຍສຸດໆ.

    ສຳລັບອາຫານເມັດ ຈະໃຫ້ຊ່ວງອະນຸບານ 30 ວັນແລກ ໃຊ້ອາຫານລູກກົບ ຫຼັງຈາກອະນຸບານ 30 ວັນແລ້ວໃຫ້ປ່ຽນອາຫານປາດຸກນ້ອຍແທນ ຫຼັງຈາກໃຫ້ອາຫານປາດຸກຄົບ 3ໄ ວັນ

    ປ່ຽນມາເປັນອາຫານປາດຸກກາງຈົນໃຫຍ່ພ້ອມຈັບຂາຍ (ຖ້າລ້ຽງເກີນ 6 ເດືອນ ໃຫ້ໃຊ້ອາຫານປາດຸກໃຫຍ່ຕັ້ງແຕ່ 6-12 ເດືອນ)ຖ້າສາມາດໃຫ້ອາຫານຈຳພວກໂຄງໄກ່ບົດ,ເສດຫຼືກ້າງປາຈະດີທີ່ສຸດ

    + ປາກົດທີ່ພ້ອມຈຳໜ່າຍ – ລ້ຽງ 5 ເດືອນ ຈັບຂາຍໄດ້ ປາຂະໜາດ 4-7 ໂຕ/ໂລ ຫຼື ນຳ້ໜັກໂຕຈະປະມານ 150-300 ກຼາມ ຊຶງເປັນຂະໜາດທີ່ຕະຫຼາດຕ້ອງການ ພື້ນທີ່ 1 ບໍ່ ຂະໜາດ 1 ງານ ຈະໄດ້ປະມານ 500-700 ກິໂລ ລາຄາໜ້າບໍ່ 25000-30000 ກີບ/ໂລ

    ເທົ່າກັບ 1 ບໍ່ ຂະໜາດ 1 ງານ ຈະມີລາຍໄດ້ໂດຍປະມານ 12-15 ລ້ານກີບ ຫາກຕ້ອງການປາຂະໜາດໃຫຍ່ກໍ່ຕ້ອງລ້ຽງດົນຂື້ນໂດຍໄລຍະການລ້ຽງ 7 ເດືອນ

    ຈະໄດ້ປາຂະໜາດນຳ້ໜັກໂຕລະຫວ່າງ 400-500ກຼາມ ປາກົດເປັນປາທີ່ລ້ຽງງ່າຍ ບໍ່ຄ່ອຍມີໂລກພະຍາດ ອັດຕາການທົນຕໍ່ຄວາມຕາຍສູງຖຶງ 80 % ທ່ານໃດສົນໃຈກໍ່ລອງນຳໄປເຮັດເບິ່ງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.