ແຈ້ງເຕືອນຝົນຕົກໜັກໃນວັນທີ 08-11 ມິຖຸນາ ເນື່ອງຈາກຮ່ອງຄວາມກົດດັນອາກາດໄດ້ຜັດຜ່ານພາກເໜືອຫາພາກກາງ ແລະ ພາກໃຕ້

    0
    569

    ແຈ້ງເຕືອນຝົນຕົກໜັກໃນວັນທີ 08 ຫາ 11 ມິຖຸນາ 2021 ! ເນື່ອງຈາກວ່າຮ່ອງຄວາມກົດດັນອາກາດຕໍ່ໄດ້ພາດຜ່ານເຂດພາກເໜືອລົງຫາພາກກາງ ແລະ ພາກໃຕ້ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກໍາລັງແຮງ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ

    ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງຫາພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 08 ຫາ 11 ມິຖຸນາ 2021 ນີ້.ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ,ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳ

    ປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ ຕິດຕໍ່ກັນຫຼາຍວັນ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມກະທັນຫັນ ແລະ ນ້ຳຖ້ວມຊູ ເກີດຂື້ນໄດ້ໃນໄລຍະນີ້, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ໜ້ານີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.