ເພີ່ມທະວີ ປະຕິບັດມາດຕະການປ້ອງກັນ ພະຍາດໂຄວິ-19 ຢູ່ໃນໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳໃນນະຄອນຫລວງພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການແນະນຳ ກ່ຽວກັບການເພີ່ມທະວີ ແລະ ມາດຕະການສະກັດກັ້ນ, ຄວບຄຸມເພື່ອຕ້ານການລະບາດຂອງ ພ ະ ຍ າ ດ ໂ ຄ ວ ິ ດ ຢູ່ໃນໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາໃນນະຄອນຫລວງວຽງຈັນ ໃນໄລຍະວັນທີ 5-19 ມິຖຸນາ 2021. ພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ແນະນໍາໃຫ້ປະຕິບັດ ດັ່ງນີ້: ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ທີ່ນອນຢູ່ໃນເຂດ/ບ້ານແດງ ບໍ່ສາມາດດໍາເນີນກິດຈະການໄດ້
(ໃຫ້ປິດ) ຍົກເວັ້ນໂຮງງານທີ່ມີຫໍພັກ ຂອງແຮງງານຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງການປະຕິບັດມາດຕະການປ້ອງກັນ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ໃນໄລຍະພັກວຽກໃຫ້ແຈ້ງຕໍ່ພະນັກງານກໍາມະກອນ ຂອງຕົນໃຫ້ປະຕິບັດຕາມລະບຽບການບໍ່ໃຫ້ອອກຈາກທີ່ພັກເຊົາຂອງຕົນ ຖ້າມີຄວາມຈໍາເປັນຕ້ອງຂໍອະນຸຍາດ ຈາກອໍານາດການປົກຄອງບ້ານ; ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ທີ່ຕັ້ງຢູ່ນອກເຂດແດງ ຫລື ບ້ານແດງ ສາມາດດໍາເນີນກິດຈະການໄດ້ແຕ່ຕ້ອງປະຕິບັດຕາມມາດຕະການຄື: ໃຫ້ສ້າງ
ແຜນກໍານົດມາດຕະການສະກັດກັ້ນ, ຄວບຄຸມ ເພື່ອຕ້ານພ ະ ຍ າ ດ ໂ ຄ ວ ິ ດ ຢູ່ໃນໂຮງງານ, ຈັດຕັ້ງ ປະຕິບັດ ແລະ ລາຍງານຂະແໜງອຸດສາຫະກໍາ ແລະ ການຄ້າເປັນປະຈໍາ; ໃຫ້ສືບຕໍ່ປະຕິບັດມາດຕະການຮັກສາໄລຍະຫ່າງຂອງການເຮັດວຽກ ເພື່ອຫລຸດຄວາມແອອັດຢູ່ໃນສະຖານທີ່ ເຮັດວຽກ, ຫ້ອງອາຫານ ແລະ ບ່ອນພັກເຊົ້າຂອງໂຮງງານ, ໝາຍສັນຍາລັກເພື່ອກໍານົດຮັກສາໄລຍະຫ່າງ, ຖ້າບໍ່ສາມາດປະຕິບັດຮັກສາໄລຍະຫ່າງ 1 ແມັດໄດ້ ຕ້ອງມີແນວຂັ້ນລະຫວ່າງບຸກຄົນຕໍ່ບຸກຄົນ; ຕ້ອງກວດວັດແທກອຸນຫະພູມ, ກໍລະນີພົບເຫັນຜູ້ມີອາການໄຂ້ (ອຸນຫະພູມຮ່າງກາຍສູງກວ່າ 37,5 ອົງສາ), ໄອ, ຈາມ, ຫາຍໃຈຍາກ ຫລື ມີອາການສົງໄສວ່າເປັນ
ພ ະ ຍ າ ດ ໂ ຄ ວ ິ ດ ຕ້ອງສົ່ງເຂົ້າຫ້ອງແຍກປ່ຽວຂອງໂຮງ ງານ ແລ້ວໂທປຶກສາສາຍດ່ວນ 165, 166 ແລະ ພົວພັນໃຫ້ແພດໝໍເຂົ້າກວດທັນທີ; ຕ້ອງໃສ່ຜ້າອັດປາກ-ດັງ ທຸກຄັ້ງ ໃນເວລາຢູ່ສະຖານທີ່ເຮັດວຽກ ແລະ ສະຖານທີ່ທີ່ມີຄົນຈໍານວນຫລາຍ; ຕ້ອງມີນໍ້າດື່ມສະອາດ, ມີບ່ອນລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວລ້າງມືຖືກຕາມຫລັກການອະນາໄມ; ໃຫ້ອະນາໄມ ແລະ ຂ້າເຊື້ອ ອຸປະກອນ, ສິ່ງຂອງທີ່ມີການສໍາພັດເລື້ອຍໆ ແລະ ສະຖານທີ່ພາຍໃນໂຮງງານ; ໂຮງງານທີ່ມີຈໍານວນກໍາມະກອນຫລາຍ ຕ້ອງຈັດແບ່ງເວລາການກິນເຂົ້າເປັນຫລາຍຈຸ ແລະ ບ່ອນນັ່ງກິນເຂົ້າຕ້ອງ ມີແຜ່ນກັ້ນບັງ ເພື່ອຮັກສາໄລຍະຫ່າງ ແລະ ຫລຸດຜ່ອນຄວາມສ່ຽງໃນການແຜ່
ລະບາດຂອງພ ະ ຍ າ ດ ໂ ຄ ວ ິ ດ; ຫ້າມເຮັດກິດຈະກໍາຊຸມແຊວ ຫລື ພົວພັນແບບໃກ້ຊິດທີ່ບໍ່ສາມາດຮັກສາໄລຍະຫ່າງ ຫລື ກິດຈະກໍາອື່ນໆ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ. ພະນັກງານ ກໍາມະກອນຜູ້ໃດທີ່ພັກເຊົາຢູ່ບ້ານທີ່ມີຜູ້ຕິດເຊື້ອ(ເຂດແດງ) ແມ່ນໃຫ້ຢຸດການມາເຮັດວຽກ ແລະ ຈໍາກັດບໍລິເວນໃຫ້ຄົບ 14 ວັນ ຖ້າບໍ່ມີອາການຈຶ່ງສາມາດມາເຮັດວຽກໄດ້. ສໍາລັບໂຮງງານທີ່ມີຜູ້ຕິດເຊື້ອຕ້ອງໄດ້ປິດຊົ່ວຄາວ 14 ວັນ ເພື່ອດໍາເນີນການອານາໄມ ແລະ ຂ້າເຊື້ອ ພ້ອມກັນນັ້ນ ພະນັກງານ-ກໍາມະກອນ ກໍຕ້ອງຈໍາກັດບໍລິເວນຕົນເອງຄົບ 14 ວັນເຊັ່ນດຽວກັນ; ລົດຮັບ-ສົ່ງພະນັກງານ ກໍາມະກອນ ຕ້ອງມີຄວາມຮັບປະ ກັນການນັ່ງໃນລົດຕ້ອງຮັກສາໄລຍະຫ່າງໃຫ້ໄດ້ 1 ແມັດຂຶ້ນໄປ ຫລື ມີແຜ່ນກັ້ນບັງລະຫວ່າງບ່ອນນັ່ງ; ໃຫ້ຊຸກຍູ້ພະນັກງານ ແລະ ກໍາມະກອນ ທີ່ເຮັດວຽກຢູ່ໃນໂຮງງານ ໄປສັກຢາວັກຊິນປ້ອງກັນພະຍາດໂດ
ວິດ-19; ໃຫ້ໂຮງງານທີ່ດໍາເນີນການຜະລິດ ແລະ ບໍ່ດໍາເນີນການຜະລິດໃຫ້ແຈ້ງເປັນລາຍລັກອັກສອນ ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ຕາມເບີປະສານງານໂທ ແລະ ວອດແອັບ: 020 55669694, 020 22226438. ສຳລັບການຈັດຕັ້ງປະຕິບັດ ແລະ ມາດຕະການປັບໃໝ: ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ທີ່ນອນຢູ່ໃນເຂດ/ບ້ານແດງ ມອບໃຫ້ຫ້ອງການອຸດສາຫະກໍາ-ການ ຄ້າເມືອງ ສົມທົບກັບຄະນະສະເພາະກິດຂັ້ນເມືອງ ແລະ ອໍານາດການປົກຄອງບ້ານ ເປັນເຈົ້າການໃນການໂຄສະນາ, ເຜີຍແຜ່ແຈ້ງການສະບັບນີ້ໃຫ້ແກ່ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ໃນເມືອງຂອງຕົນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ, ພ້ອມທັງກວດກາຕິດຕາມ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດ ຄື: ປັບໃໝ ແຕ່ 1.000.000 ກີບ – 5.000.000 ກີບ/ຄັ້ງ ຕາມແຕ່ລະກໍລະນີ.