ອອກມາແລ້ວ ເງື່ອນໄຂການອະນຸຍາດເດີນທາງເຂົ້າ-ອອກ ນະຄອນຫລວງວຽງຈັນ

    0
    1176

    ອອກມາແລ້ວ ເງື່ອນໄຂການອະນຸຍາດເດີນທາງເຂົ້າ-ອອກ ນະຄອນຫລວງວຽງຈັນ !!! ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການ ເລກທີ 913/ສພກ.ນວ ລົງວັນທີ 7 ມິຖຸນາ 2021 ວ່າດ້ວຍ ເງື່ອນໄຂການອະນຸຍາດເດີນທາງເຂົ້າ-ອອກ ນະຄອນຫລວງວຽງຈັນ ແຕ່ວັນທີ 5-19 ມິຖຸນາ 2021, ເຊິ່ງເງື່ອນໄຂໃນການອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ ທີ່ມີຄວາມຈຳເປັນເດີນທາງເຂົ້າ-ອອກ ນະຄອນຫລວງວຽງຈັນ ປະກອບມີ: ການຂໍອະນຸຍາດ, ການປະກອບເອກະສານ ແລະ ການຮັບເອກະສານຂໍອະນຸຍາດເດີນທາງ.
    ສຳລັບການຂໍອະນຸຍາດ: ຂະບວນລົດຜູ້ນຳ, ລົດສະຫລາມ, ລົດສົ່ງຄົນເຈັບ, ລົດກູ້ໄພ, ລົດດັບເພີງ ແລະ ລົດຄະນະສະເພາະກິດ, ລົດຂົນສົ່ງສິນຄ້າ, ຂົນສົ່ງ

    ໂຄງການ ແລະ ເຄື່ອງຮັບໃຊ້ການຜະລິດ ບໍ່ຈຳເປັນຂໍອະນຸຍາດ.ນັກການທູດ, ຊ່ຽວຊານ, ວິຊາການ ຈາກອົງການຈັດຕັ້ງສາກົນ ໃຫ້ມີໃບສະເໜີຈາກສະຖານທູດ ຫລື ອົງການຂອງຕົນ ເພື່ອຂໍອະນຸຍາດເດີນທາງ ຈາກຄະນະສະເພາະກິດ ສູນກາງ; ພະນັກງານຂອງລັດ ຂັ້ນສູນກາງ ແລະ ກຳລັງ ປກຊ-ປກສ ໃຫ້ຂໍອະນຸຍາດຈາກການຈັດຕັ້ງຂອງຕົນ. ສ່ວນພະນັກງານລັດຂັ້ນທ້ອງຖິ່ນ, ພະນັກງານວິສາຫະກິດ ແລະ ພາກສ່ວນເອກະຊົນ (ນິຕິບຸກຄົນ) ໃຫ້ມີໃບສະເໜີຈາກພາກສ່ວນຕົນ ແລະ ນັກບວດ ແມ່ນໃຫ້ມີໃບສະເໜີຈາກວັດ, ໂບດ ຫລື ອົງການປົກຄອງບ້ານຂອງຕົນ; ປະຊາຊົນ ໃຫ້ມີໃບສະເໜີຂອງຕົນໂດຍຜ່ານອົງການປົກຄອງບ້ານ; ຄົນຕ່າງດ້າວ ແລະ ຊາວຕ່າງປະເທດ (ບຸກຄົນ) ໃຫ້ມີໃບສະເໜີຂອງຕົນ. ຂະນະດຽວກັນ, ບໍ່ອະນຸຍາດໃຫ້ບຸກຄົນທີ່ເປັນກຸ່ມສ່ຽງຢູ່ເຂດ/ບ້ານແດງ, ຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ

    ພະຍາດໂຄວິດ-19, ບຸກຄົນທີ່ຖືກຈຳກັດບໍລິເວນ ແລະ ບຸກຄົນທີ່ປິ່ນປົວຫາຍດີ ທີ່ຈຳກັດບໍລິເວນບໍ່ຄົບ 14 ມື້ ເດີນທາງເຂົ້າ-ອອກ ນະຄອນຫລວງວຽງຈັນ ເດັດຂາດ.ສຳລັບ ການປະກອບເອກະສານມີຄື: ໃບສະເໜີຂໍອະນຸຍາດໃຫ້ມີຂໍ້ມູນຈະແຈ້ງປະ ກອບມີ: ຊື່ ແລະ ນາມສະກຸນ, ອາຍຸ, ອາຊີບ, ທີ່ຢູ່ປະຈຸບັນ(ບ້ານ,ເມືອງ, ແຂວງ) ຫລື ບ່ອນເຮັດວຽກ, ຈຸດປະສົງການເດີນທາງ (ໄປປະຕິບັດໜ້າທີ່ທາງການ, ໄປວຽກໂຄງການ, ໄປທຳການຜະລິດ, ໄປຂົນສົ່ງສິນຄ້າ-ສະບຽງອາຫານ, ພີ່ນ້ອງເຈັບເປັນ-ເສຍຊີວິດ, ໄປໂຮງໝໍ, ກັບຄືນພູມລຳເນົາ ສຳລັບຄົນຕ່າງແຂວງທີ່ຄ້າງຢູ່ນະຄອນຫລວງວຽງຈັນ), ສະ ຖານທີ່ຈະເດີນທາງໄປ

    (ບ້ານ,ເມືອງ,ແຂວງ) ແລະ ພາຫະນະທີ່ຈະນຳໃຊ້ (ຍີ່ຫໍ້, ປະເພດ, ສີ ແລະ ເລກທະບຽນ).ພ້ອມກັນນັ້ນ, ຍັງມີເອກະສານເພີ່ມເຕີມຄື: ສຳເນົາບັດປະຈຳຕົວ ຫລື ປື້ມສຳມະໂນຄົວ ຫລື ໃບຢັ້ງຢືນທີ່ຢູ່ ຫລື ຂໍ້ຕົກລົງແຕ່ງຕັ້ງໄປວຽກທາງການ, ໃບຢັ້ງຢືນການຮັບວັກຊິນປ້ອງກັນໂຄວິດ-19 ຄົບ 2 ເຂັມ, ສຳເນົາໃບທະບຽນລົດ. ສໍາລັບຄົນຕ່າງປະເທດ ຕ້ອງມີເອກະສານຢັ້ງຢືນການອະນຸຍາດເຂົ້າມາ ສປປ ລາວ, ສຳເນົາໜັງສືຜ່ານແດນ, ໃບຢັ້ງຢືນການຈໍາກັດບໍລິເວນ ຄົບ 14 ວັນ, ໃບຢັ້ງຢືນຜົນກວດໂຄວິດ-19 ແລະ ໃບຢັ້ງຢືນການຮັບວັກຊີນປ້ອງກັນໂຄວິດ-19 ຄົບ 2 ເຂັ້ມ.

    ສຳລັບການຮັບເອກະສານຂໍອະນຸຍາດເດີນທາງ ແມ່ນເປີດທຸກວັນ ເວລາ 08:00-16:00 ໂມງ ເຊິ່ງໃຫ້ສົ່ງເອກະສານຂໍອະນຸຍາດ ຜ່ານທາງ WhatsApp ຂອງພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ ໝາຍເລກ: 020 9591 7490, 020 9285 3909, 020 2322 2592, 020 9514 4492 ຫລື ໂທສອບຖາມ: 020 9261 8918, 020 9657 3058, 020 5889 4533, 020 9857 6462, 020 2928 8977, 020 9535 3453 ແລະ 020 2980 4250.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.