ອິນເດຍ ຕິດເຊື້ອໂຄວິດ-19ລາຍໃໝ່ຕ່ຳສຸດໃນຮອບ2ເດືອນຜ່ານມາ

    0
    305

    ອິນເດຍ ຕິດເຊື້ອໂຄວິດ-19ລາຍໃໝ່ຕ່ຳສຸດໃນຮອບ2ເດືອນຜ່ານມາ ຂປລ.ຕາມ​ຂ່າວ​ຈາກ ນີວ​ແດນ​ລີ,ອິນ​ເດຍ ກວດ​ພົບ ​ຜູ້​ຕິດ​ເຊື້ອ ​ໂຄ​ວິດ-19 ລາຍ​ໃໝ່114.460ຄົນ ຕ່ຳ​ສຸດ​ໃນ​​ຮອບ 2​ເດືອນຜ່ານ​ມາ ​ແຕ່​ຍອດ​ ຜູ້​ເສຍ​ຊີວິດ ​ຍັງເພີ່ມ​ຂຶ້ນ​ອີກ 2.677ຄົນ.ອິນ​ເດຍ​ເປັນ​ປະ​ເທດ​ໜຶ່ງ ທີ່​ມີ​ຜູ້​ຕິດ​ເຊື້ອ ​ໂຄ​ວິດ-19 ສູງ​ເປັນ

    ອັນ​ດັບ 2ຂອງ​ໂລກ ຮອງ​ຈາກ ສ.ອາ​ເມ​ລິ​ກາ ລວມມີ​ ຜູ້​ຕິດ​ເຊື້ອ ​ສະ​ສົມ 28,8 ລ້ານ​ຄົນ ​ແລະ ​ເສຍ​ຊີວິດ 346.759ຄົນ. ການລະບາດ​ ​ໃນ​ຄັ້ງນີ້ ​ເຮັດ​ໃຫ້​ພື້ນ​ທີ່​ຊົນນະບົດ ສ່ວນ​ໃຫຍ່ ຍັງມີ​ຕົວ​ເລກ​ ຜູ້​ຕິດ​ເຊື້ອ ​ບໍ່​ຫລຸດ​ໜ້ອຍ​ ຖອຍ​ລົງ ​ແຕ່​ໃນ​ນະຄອນຫລວງ ​ນີວ​ແດນ​ລີ ​ແລະ ອີກ​ຫລາຍ​ເມືອງ ​ເລີ່​ມອະນຸຍາດ ​ໃຫ້​ທຸລະ​ກິດ ກັບ​

    ມາ​ດຳ​ເນີນ​ ກິດຈະການ ​ແລະ ຫລຸດຜ່ອນ​ ມາດ​ຕະການ ​ຄວບ​ຄຸມ ​ການ​ເດີນທາງ ຕັ້ງ​ແຕ່​ ວັນ​ທີ7​ມິຖຸນາ​ນີ້.ປັດຈຸບັນ ອິນ​ເດຍ ​ເລັ່ງສັກ​ວັກ​ຊິນ ປ້ອງ​ກັນ​ໂຄ​ວິດ-19 ​ໃຫ້​ປະຊາຊົນ ​ແຕ່​ຍັງ​ບໍ່​ທັນ​ ບັນລຸ ​ຕາມ​ເປົ້າໝາຍ ​ທີ່​ກຳນົດ​ໄວ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.