ເປັນອີກຂ່າວທີ່ສ້າງຄວາມສະເທືອນໃຈ, ຫົດຫູ່ໃນ ທ່າມກາງສະຖານະການການລະບາດຂອງພະຍາດໂຄວິດ-19 ອີກຂ່າວໜຶ່ງເລີຍ ເມື່ອມີເຮືອນທີ່ກໍາລັງປຸກສ້າງໃໝ່ ຖະຫຼົ່ມລົງຢູ່ແຂວງອຸດົມໄຊ.
ເພຈ Oudomxay police ໄດ້ໂພສພາບພ້ອມຂໍ້ຄວາມກ່ຽວກັບເຫດການດັ່ງກ່າວໄວ້ວ່າ: ເຮືອນທີ່ກໍາລັງກໍ່ສ້າງຖະຫຼົ່ມ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຈໍານວນ 2 ຄົນ ແລະ ມີຜູ້ເສຍຊີວິດ 3 ຄົນ.
ເຊິ່ງເຫດການດັ່ງກ່າວເກີດຂຶ້ນຢູ່ເຂດບ້ານໂພນໂຮມ, ເມືອງໄຊ ແຂວງອຸດົມໄຊຂໍສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດດ້ວຍ.