ຫ້ອງການເມືອງ, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປະດັບທຽບຊັ້ນຮ້ອຍໂທ ໃຫ້ແກ່ນາຍທະຫານຜູ້ທີ່ຮຽນຈົບລະບົບຊັ້ນສຸງ ແລະ ປະລິນຍາຕີ(ສາຍປົກຄອງ) ຈຳນວນທັງໜົດ 13 ສະຫາຍ, ໃນວັນທີ່ 4 ມິຖຸນາ 2021 ນີ້, ຢູ່ທີ່ຫ້ອງການເມືອງ, ກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນເຫຼືອ ໄຊຍະເພັນ, ຫົວໜ້າຫ້ອງການເມືອງ, ກົມໃຫ່ຍການເມືອງກອງທັບ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ນາຍທະຫານຜູ້ທີ່ໄດ້ຮັບຊັ້ນເຂົ້າຮວ່ມ.
ສະຫາຍ ພັນໂທ ວັນທອງ ພົງສະຫວັນ, ຮອງຫົວໜ້າຫ້ອງການເມືອງ, ກົມໃຫຍ່ການເມືອງກອງທັບ ໄດ້ຂື້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນໃຫ້ແກ່ນາຍທະຫານທີ່ຮຽນຈົບວິຊາ ສະເພາະມາຈາກສາຍລັດ, ເຊິ່ງອິງຕາມກົດໝາຍຂອງນາຍທະຫານ(ສະບັບປັບປຸງ) ພາກທີ່ ll ໜວດທີ່ 3 ມາດຕາດທີ່ 19 ແລະ 20 ວ່າດ້ວຍອາຍຸກະສຽນ ແລະ ການປະດັບຊັ້ນ, ປະດັບທຽບຊັ້ນໃຫ້ແກ່ນາຍທະຫານຂອງກອງທັບປະຊາ ຊົນລາວ, ກົມໃຫຍ່ການເມືອງກອງທັບ ຕົກລົງປະດັບທຽບຊັ້ນຮ້ອຍໂທ ໃຫ້ແກ່ນາຍທະຫານຈຳນວນ 13 ສະຫາຍ,ໃນນີ້ຜູ້ທີ່ຮຽນຈົບຊັ້ນສຸງມີ 10 ສະຫາຍ, ປະລິນຍາຕີ 3 ສະຫາຍ ເຊີ່ງລ້ວນແຕ່ເປັນຜູ້ມີຄວາມຫ້າວຫັນ ຕໍ່ໜ້າທີ່ວິຊາສະເພາະ,
ຕັ້ງໜ້າຝືກຝົນຫຼ່ໍຫຼອມຕົນເອງໃນວຽກງານຕົວຈິງ ເປັນທີ່ເຊື່ອໝັ້ນ ແລະ ໄວ້ວາງໃຈຂອງກົມກອງ. ໃນຕອນທ້າຍສະຫາຍ ຫົວໜ້າຫ້ອງການເມືອງ, ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຜູ້ໄດ້ຮັບ ຊັ້ນໃໝ່ຈົ່ງສືບຕໍ່ພັດທະນາຕົນເອງ, ເສີມຂະຫຍາຍຄວາມຮູ້ຄວາມສາມາດ, ຕັ້ງໜ້າຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ໄດ້ຮັບຜົນສຳເລັດຕາມການມອບໝາຍ.
ທີ່ມາ: ຂ່າວ ກອງທັບ