ທ້າວ ໄຊຍະພົນ ຫຼື ລຸງພົນ ທີ່ຫຼາຍຄົນຮູ້ໃຈ ໃນຄະດີນ້ອງຊົມພູ່ ແລະໄດ້ເດີນທາງຮອດບ້ານກົກກອກແລ້ວ ຫຼັງໄດ້ຮັບການປະກັນໂຕ, ເມື່ອມາຮອດກໍໄດ້ເຮັດພິທີບູຊາ ພະຍານາກ ແລະ ເຮັດພິທີເສຍເຄາະ ໂດຍມີພໍ່ແມ່ ຂອງລຸງພົນ ລໍຖ້າຫົດນໍ້າມົນໃຫ້ກ່ອນເຂົ້າບ້ານ ແລະ ເຮັດພິທີສູ່ຂວັນເອີ້ນຂວັນ. ທາງດ້ານ ຂອງແຟນຄຣັບ ຫຼື
ຜູ້ຕິດຕາມລຸງພົນ ກໍໄດ້ເຂົ້າມາກອດໃຫ້ກຳລັງໃຈ ຈາກນັ້ນ ກໍໄດ້ເຂົ້າບ້ານທັນທີ.ການປະກັນໂຕ ໃນຄະດີນ້ອງຊົມພູ່ ສານໄດ້ໃຫ້ວາງຫຼັກຊັບເປັນເງິນສົດ 180,000 ບາດໄທ ແລະ ມີເງື່ອນໄຂ 5 ຂໍ້ ທັງນີ້ ທີມທະນາຍເປັນຜູ້ຮຽກຮ້ອງໃຫ້ວາງຂໍ້ກຳນົດ ແລະ ຈະບໍ່ໄດ້ກ່ຽວຂ້ອງກັບພະຍານຫຼັກຖານ ແລະ ພະຍານບຸກຄົນ ຖ້າຫາກເຮັດ
ຜິດເງື່ອນໄຂໃດໜຶ່ງ ຍິນດີ ແລະ ຍິນຍອມໃຫ້ສານຖອນປະກັນທັນທີ.ສ່ວນທາງດ້ານແມ່ ຂອງນ້ອງຊົມພູ່ ກໍໄດ້ໃຫ້ສຳພາດກັບນັກຂ່າວວ່າ ຕ້ອງຢູ່ຢ່າງລະມັດລະວັງໂຕຫຼາຍຂຶ້ນ.