ປະກາດ ຈາກສະຖານີຂົນສົ່ງ ໂດຍສານສາຍໃຕ້ ໃນ ວັນທີ 5 ມິຖຸນາ 2021 ຈະໄດ້ ປິດບໍລິການຊົ່ວຄາວແບບບໍ່ມີກຳນົດ

    0
    467

    ປະກາດ ຈາກສະຖານີຂົນສົ່ງ ໂດຍສານສາຍໃຕ້ ໃນ ວັນທີ 5 ມິຖຸນາ 2021 ຈະໄດ້ ປິດບໍລິການຊົ່ວຄາວແບບບໍ່ມີກຳນົດ ໂດຍເນື້ອຫາການປະກາດ ມີດັ່ງຕໍ່ໄປນີ້ :
    ອີງຕາມຄຳສັ່ງສະບັບເລກທີ 595 ລົງວັນທີ 4/6/2021 , ທີ່ອະນຸຍາດໃຫ້ສະເພາະ ຜູ້ໂດຍສານທີ່ສັກວັກຊີນ ຄົບ 2 ເຂັມ ເທົ່ານັ້ນທີ່ສາມາດເດີນທາງ ແຂວງ ຕໍ່ ແຂວງໄດ້.

    ອີງຕາມການການກວດກາຕົວຈີງໃນມື້ນີ້ເຫັນວ່າ ຜູ້ໂດຍສານສ່ວນໃຫ່ຍແມ່ນບໍ່ໄດ້ຮັບການສັກວັກຊີນຄົບຕາມແຈ້ງການທີ່ລະບຸໄວ້.ເຊີ່ງພາຍໃຕ້ ຂໍ້ກຳນົດດັ່ງກ່າວທາງຄິວລົດຂອງພວກເຮົາບໍ່ສາມາດເປີດດຳເນີນກິດຈະການໄດ້,​ ສະນັ້ນ ທາງສະຖານີຈື່ງ ຂໍປິດບໍລິການຊົ່ວຄາວແບບບໍ່ມີກຳນົດໄປຕື່ມອີກ ຈົນກວ່າຈະມີການຜ່ອນຜັນ ມາດ

    ຕະການຕ່າງໆ ໃຫ້ຫລາຍກວ່ານີ້ ແລະ ຂໍແຈ້ງມາຍັງຜູ້ໂດຍສານທຸກໆທ່ານເພື່ອຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ. ຫວັງຢ່າງຍິ່ງວ່າຈະໄດ້ເປີດຮັບໃຊ້ບໍລິການທຸກໆທ່ານໃນໄວໄວນີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.