ຊົມເຊີຍ ນັກຮົບເສື້ອຂາວ ຊຸດ 2 ທີ່ໂຮງໝໍພາກສະໜາມແຂວງຈຳປາສັກ ສຳເລັດພາລະກິດຕ ້ າ ນ ໂ ຄ ວ ິ ດ ປະຕິບັດວຽກ 30 ວັນ ແລະ ກັກຕົວອີກ 14 ວັນ
ທີມງານແພດໝໍ-ພະຍາບານໂຮງໝໍຈຳປາສັກ ຊຸດທີ 2 ໄດ້ສຳເລັດພາລະກິດການຄຸ້ມຄອງກໍລະນີ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໂຮງໝໍພາກສະໝາມວິທະຍາໄລການເງິນພາກໃຕ້ ເຊິ່ງມີຜົນງານໃນການສານຕໍ່ການຄຸ້ມຄອງກໍລະນີ ຜ ູ ້ ຕ ິ ດ ເ ຂ ື ້ ອ ໂ ຄ ວ ິ ດ ແລະ ປີ່ນປົວຜູ້ຕິດເຊື້ອທີ່ມີ
ອາການເບົາບາງ ລວມທັງໝົດ 290 ຄົນ, ປີ່ນປົວຫາຍດີ ຜົນກວດລົບແລ້ວກັບບ້ານທັງໝົດ 233 ຄົນ ແລະ ປັດຈຸບັນມີຜູ້ຕິດເຊື້ອເຫຼືອພຽງ 57 ຄົນ ເຊິ່ງໄລຍະໃກ້ໆນີ້ຈະປີ່ນປົວຫາຍດີທັງໝົດທີມແພດຊຸດທີ 2 ຈຳນວນ 4 ທ່ານ ຄື:
1. ດຣ.ສຳລິດ ອິນທະກຸມມານ ຫົວໜ້າທີມ , 2. ພບ ຄອນສະຫວັນ ວົງວິໄລ , 3. ພຊສ ແວວຕາ ແກ້ວປະເສີດ , 4. ທ້າວ ສອນໄຊ ມາບົວ
ບັນດາທ່ານທັງໝົດນີ້ໄດ້ເສຍສະຫຼະເວລາ, ເຮືອແຮງ, ຈິດໃຈ ສຸມໃສ່ການປີ່ນປົວ, ປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ເປັນເວລາ 30 ວັນ ຢູ່ທີ່ໂຮງໝໍພາກສະໝາມແຫ່ງນີ້ ຫຼັງຈາກນັ້ນຍັງສືບຕໍ່ຈຳກັດບໍເວນອີກ 14 ວັນ ຈຶ່ງສາມາດກັບຫາຄອບຄົວ ແລະ ສັງຄົມໄດ້ ລວມເວລາ 45 ວັນ ທີ່ຫ່າງຈາກຄອບຄົວ ແລະ ສັງຄົມ. ດັ່ງນັ້ນ, ຂໍຍ້ອງຍໍນ້ຳໃຈເສຍຫຼະຂອງບັນດາທ່ານ ທີ່ຍາມໃດກໍ່ເບີ່ງເຫັນປະເທດຊາດ ບ້ານເມືອງ ແລະ ພໍ່ແມ່ອ້າຍ ເອື້ອຍ ນ້ອງ ປະຊາຊົນບັນດາເຜົ່າ.