ກຽມໄປປິ່ນປົວພະຍາດຕາຂຸ້ນບໍ່ເສຍຄ່າ ທີ່ນະຄອນຫຼວງວຽງຈັນ ແລະທົ່ວປະເທດ

    0
    1035

    ໂຄງການປິ່ນປົວພະຍາດແກ່ນຕາຂຸ້ນໂດຍບໍ່ໄດ້ເສຍຄ່າຄາດວ່າຈະເລີ່ມດໍາເນີນການຢູ່ທີ່ນະຄອນຫຼວງວຽງຈັນ ໃນ 6 ເດືອນທ້າຍປີນີ້ ທັງຍັງຈະສືບຕໍ່ດໍາເນີນວຽກງານນີ້ຢູ່ແຂວງຕ່າງໆໃນຂອບເຂດທົ່ວປະເທດລາວ ພາຍຫຼັງການແຜ່ລະບາດໂຄວິດ-19 ສິ້ນສຸດລົງ.

    ທ່ານ ລຽງເຈິ້ນຢິ່ງ ປະທານມູນນິທິຊົມໃຊ້ຮ່ວມກັນ (GX Foundation) ຂອງ ສປ ຈີນ ກ່າວໃນພິຖີຖະແຫຼງຂ່າວ ທີ່ນະຄອນຫຼວງວຽງຈັນເມື່ອວັນທີ 4 ມິຖຸນາ 2021.

    ສໍາລັບບຸກຄົນໃດທີ່ມີພະຍາດແກ່ນຕາຂຸ້ນທີ່ເບິ່ງບໍ່ເຫັນ ຈະສາມາດເຂົ້າເຖິງການບໍລິການ ແລະໄດ້ຮັບການຮັກສາໃຫ້ຫາຍຂາດໄດ້ໃນໄວໆນີ້ ດ້ວຍອຸປະກອນຜ່າຕັດທາງການແພດທີ່ທັນສະໄໝ ແລະຮັບປະກັນຄວາມປອດໄພ ເຊິ່ງໃຊ້ເວລາພຽງ 30 ນາທີໃນການຜ່ານຕັດ, ທີ່ສໍາຄັນການຜ່າຕັດແມ່ນບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ເພາະເປັນການຊ່ວຍເຫຼືອຈາກມູນນິທິຊົມໃຊ້ຮ່ວມກັນຂອງ ສປ ຈີນ.

    ໂດຍການນໍາໃຊ້ລົດປິ່ນປົວເຄື່ອນທີ່ຈໍານວນ 2 ຄັນ ພ້ອມກັບຊ່ຽວຊານການແພດຈາກ ສປ ຈີນຈໍານວນໜຶ່ງ ພາຍຫຼັງສະຖານະການໂຄວິດ-19 ເບົາບາງລົງ ແລະຄາດວ່າ 5 ປີຂ້າງໜ້າ ຈະສາມາດປິ່ນປົວຜູ້ທີ່ເປັນພະຍາດແກ່ນຕາຂຸ້ນໃນ ສປປ ລາວໃຫ້ໝົດໄປ. ນອກຈາກນີ້, ຜູ້ປ່ວຍທີ່ເປັນພະຍາດແກ່ນຕາຂຸ້ນຈະໄດ້ຮັບການປະເມີນເງື່ອນໄຂທາງສະພາບຮ່າງກາຍໂດຍຊ່ຽວຊານການແພດ ກ່ອນດໍາເນີນການຜ່າຕັດໜ່ວຍຕາທຸກຄັ້ງ.

    ມູນິທິ GX ເປັນອົງການການກຸສົນຂອງ ສປ ຈີນທີ່ບໍ່ຫວັງຜົນກຳໄລ, ມີສຳນັກງານໃຫຍ່ຕັ້ງຢູ່ຮົງກົງ ໂດຍມີຈຸດປະສົງດໍາເນີນວຽກງານປິ່ນປົວພະຍາດສາຍຕາຂຸ້ນ, ຄວບຄຸມພະຍາດທີ່ເກີດຈາກ vector.

    ນອກນັ້ນ, ຍັງກວມເອົາວຽກງານການຄວບຄຸມຄວາມສ່ຽງໄພພິບັດສຸກເສີນທາງດ້ານສຸຂະພາບ, ລວມໄປເຖິງການຮ່ວມມືກັບສາກົນ ແລະການຖ່າຍທອດຄວາມຮູ້ໃຫ້ກັບຊຸມຊົນ ເພື່ອການຊ່ວຍເຫຼືອດ້ານມະນຸດສະທຳ, ດ້ານສາທາລະນະສຸກ ຕາມຂໍ້ລິເລີ່ມໂຄງການຍຸດທະສາດ (ໜຶ່ງແລວ ໜຶ່ງເສັ້ນທາງ) ຂອງ ສປ ຈີນ.

    ພາບ-ຂ່າວ: CRI.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.