ລາວ ກໍານົດເປົ້າໝາຍສັກວັກຊິນປ້ອງກັນ ພ ະ ຍ າ ດ ໂ ຄ ວ ິ ດ ໃຫ້ໄດ້ 3,7 ລ້ານຄົນ ໃນປີ 2021

    0
    531

    ສປປ ລາວ ກໍານົດເປົ້າໝາຍສັກວັກຊິນປ້ອງກັນພ ະ ຍ າ ດ ໂ ຄ ວ ິ ດ ໃຫ້ໄດ້ 3,7 ລ້ານຄົນ ໃນປີ 2021, ປະຈຸບັນ ທົ່ວປະເທດ ສັກເຂັ້ມ 1 ໄປແລ້ວ 6 ແສນກ່ວາຄົນ ແລະ ເຂັມ 2 ແມ່ນ 1 ແສນກ່ວາຄົນ. ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ຮ່ວມກັບສື່ມວນຊົນ ໃນວຽກງານກຳນົດເປົ້າໝາຍສັກວັກຊິນປ້ອງກັນພ ະ ຍ າ ດ ໂ ຄ ວ ິ ດ, ໃນວັນທີ 4 ມິຖຸນາ ມານີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ

    ສົ່ງເສີມສຸຂະພາບ, ມີຕາງໜ້າອົງການຢູນີເຊບ, ອົງການອະນາໄມໂລກປະຈຳລາວ ພ້ອມດ້ວຍບັນດາສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງກອງປະຊຸມຄັ້ງນີ້ແມ່ນເພື່ອແນະນໍາໃຫ້ແກ່ສື່ມວນຊົນຮັບຮູ້ກ່ຽວກັບວັກຊິນກັນພ ະ ຍ າ ດ ໂ ຄ ວ ິ ດ ໃນຂະນະທີ່ກໍາລັງສືບຕໍ່ສ້າງຄວາມເຊື່ອໜັ້ນຕໍ່ຄວາມປອດໄພ ແລະ

    ປະສິດທິຜົນຂອງວັກຊິນ. ພ້ອມນີ້, ກອງປະຊຸມ ຍັງໄດ້ແຈ້ງໃຫ້ບັນດາສືມວນຊົນໄດ້ຮັບຮູ້ການສັກວັກຊິນໃນໄລຍະຜ່ານມາ ແລະ ເປົ້າໝາຍທີ່ຈະສັກຢາວັກຊິນ ໃນໄລຍະຕໍ່ໄປທີ່ລັດຖະບານ ແຫ່ງ ສປປ ລາວ ກໍານົດໄວ້ສໍາລັບປີ 2021 ໃນໂອກາດດັ່ງກ່າວ, ທ່ານ ພອນປະເສີດ ອຸນາພົມ ໄດ້ກ່າວວ່າ: ລັດຖະບານ ແຫ່ງ ສປປ ລາວ

    ໄດ້ກໍານົດເປົ້າໝາຍໃຫ້ປະຊາຊົນລາວ ໄດ້ຮັບວັກຊິນປ້ອງກັນພ ະ ຍ າ ດ ໂ ຄ ວ ິ ດ ໃຫ້ໄດ້ 50 % ຂອງປະຊາກອນທັງໝົດ ຫຼື3,7 ລ້ານຄົນ ສໍາລັບປີ 2021. ປັດຈຸບັນ ສປປ ລາວ ໄດ້ຮັບການຊ່ວຍເຫຼືອວັກຊິນກັນ ຈາກ ບັນດາປະເທດເພື່ອມິດທັງໝົດ 1,4 ລ້ານໂດສ ໃນນັ້ນມີ ວັກຊິນຊະນິດ ສະປຸກນິກວີ (Sputnik-v), ຊີໂນ

    ຟາມ (Sinopharm), ແອສຕຣາເຊນີກາ (Astrazenica) ແລະ ໄຟເຊີ (Pfizer) ແລະ ປະຊາຊົນໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ໄປແລ້ວ ເຂັມທີ 1 ຈຳນວນ 6 ແສນກວ່າຄົນ ແລະ ເຂັມທີ 2 ຈຳນວນ 1 ແສນກວ່າຄົນ ແລະ ກຳລັງສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດຕາມເປົ້າໝາຍທີ່ໄດ້ກຳນົດໄວ້.
    ປະຊາຊົນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.