ສະຖານທູດອົດສະຕາລີ ມອບລົດສຸກເສີນໃຫ້ຫນ່ວຍກູ້ໄພ ສປປ ລາວ 1623

    0
    848

    ວັນທີ 4/6/2021 ສະຖານທູດອົດສະຕາລີປະຈຳລາວໄດ້ມອບລົດສຸກເສີນໃຫ້ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623.ດັ່ງທີ່ທ່ານຮູ້ແລ້ວວ່າລົດສຸກເສີນຫລາຍຄັນຂອງພວກເຮົາແມ່ນມີສະພາບເກົ່າ ເປ່ເພ ແລະ ໄດ້ສ້ອມແປງຢູ່ເລື້ອຍໆ ເນື່ອງຈາກການໃຊ້ງານແບບບໍ່ມີມື້ພັກມາຕະຫລອດໄລຍະເວລາຫລາຍປີ

    ໂດຍສະເພາະໃນໄລຍະການລະບາດຂອງພະຍາດໂຄວິດ-19 ນີ້ ຫນ່ວຍກູ້ໄພພວກເຮົາກໍ່ເປັນອີກແຮງຫນຶ່ງທີ່ໄດ້ຊ່ວຍທາງຄະນະສະເພາະກິດກໍ່ຄືກະຊວງສາທາລະນະສຸກ ໃນການເຄື່ອນຍ້າຍຜູ້ປ່ວຍໂຄວິດ-19 ໄປປິ່ນປົວ ໃນຂະນະທີ່ພວກເຮົາກໍ່ຍັງຄົງປະຕິບັດຫນ້າທີ່ຮັບມືກັບເຫດສຸກເສີນຕ່າງໆໄປພ້ອມໆກັນ ເຮັດໃຫ້ລົດສຸກເສີນຂອງພວກເຮົາ

    ເປ່ເພ ຕ້ອງໄດ້ສ້ອມແປງ ແລະ ບໍ່ພຽງພໍຕໍ່ການໃຊ້ງານ.ຕໍ່ກັບປັນຫານີ້ທາງສະຖານທູດອົດສະຕາລີກໍ່ໄດ້ເຫັນຄວາມສຳຄັນຂອງວຽກງານພວກເຮົາ ແລະ ໄດ້ມອບລົດ

    ສຸກເສີນປະຈຳສະຖານທູດມາໃຫ້ຫນ່ວຍກູ້ໄພເພື່ອນຳໃຊ້ໃນວຽກງານສຸກເສີນ ແລະ ການຮັບມືກັບພະຍາດໂຄວິດຕໍ່ໄປ.ຂໍສະແດງຄວາມຂອບໃຈມາຍັງສະຖານທູດອົດສະຕາລີປະຈຳລາວເປັນຢ່າງສູງທີ່ເຫັນຄວາມສຳຄັນ ແລະ ເປັນສ່ວນຫນຶ່ງໃນການຊ່ວຍເຫລືອສັງຄົມຮ່ວມກັບພວກເຮົາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.