ສີພະທາດໝາກໂມປ່ຽນໄປຕາມການເວລາ ບໍ່ແມ່ນເປັນຍ້ອນຝົນຕົກຫຼາຍຄືຫຼາຍຄົນເຂົ້າໃຈ

    0
    939

    ສີພະທາດໝາກໂມປ່ຽນໄປຕາມການເວລາ ບໍ່ແມ່ນເປັນຍ້ອນຝົນຕົກຫຼາຍຄືຫຼາຍຄົນເຂົ້າໃຈປະຈຸບັນສີຂອງພະທາດໝາກໂມ ຢູ່ວັດວີຊຸນນະຣາດ ນະຄອນ ຫຼວງພະບາງ ໄດ້ເລີ້ມປ່ຽນຈາກສີຂາວ ມາເປັນສີດ່າງດຳເລັກນ້ອຍ ເຮັດໃຫ້ຫຼາຍຄົນໃນສັງຄົມ ມີຄວາມເຂົ້າໃຈແຕກຕ່າງກັນ, ຕໍ່ກັບບັນຫາທີ່ເກີດຂື້ນ ທ່ານ ໜໍ່ແສງ ສາຍວົງເດືອນ

    ຮອງຫົວໜ້າຂະແໜງວັດທະນະທຳ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງໄດ້ໃຫ້ສຳພາດວ່າ: ພະທາດໝາກໂມ ໄດ້ຮັບການບູລະນະຄືນໃໝ່ມາຮອດປະຈຸບັນເປັນເວລາເກືອບ 3 ປີ ເຊີ່ງການບູລະນະ ໄດ້ໃຊ້ວັດສະດຸຈາກທຳມະຊາດເປັນສ່ວນໃຫຍ່ ທັງໄດ້ນຳໃຊ້ກຳມະວິທີແບບດັ່ງເດີມ ຕາມມາດຖານທີ່

    ອົງການອຸຍເນັສໂກໄດ້ກຳນົດໄວ້, ສ່ວນຂັ້ນຕອນການບູລະນະ ຈະປະກອບມີປະທາຍປູນ ແລະປະທາຍເພັດ, ການປະຕິບັດຕົວຈີງຄະນະຮັບຜິດຊອບ ໄດ້ໃກ້ສິດຕິດແທດທຸກຂັ້ນຕອນ ກັບບລິສັດຜູ້ຮັບເໝົາບູລະນະ ເພື່ອໃຫ້ທຸກໜ້າວຽກມີຄວາມຖືກຕ້ອງ ສອດຄ່ອງກັບລະບຽບການທີ່ກຳນົດ, ສຳລັບການປ່ຽນສີຂອງພະທາດໝາກໂມ

    ແມ່ນເກີດຈາກປະຕິກິລິຍາຂອງສ່ວນປະສົມໃນການບູລະນະ.ທ່ານ ໜໍ່ແສງ ສາຍວົງເດືອນ ຮອງຫົວໜ້າຂະແໜງວັດທະນະທຳ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ ໄດ້ໃຫ້ຕື່ມວ່າ: ຜ່ານມາວຽກງານບູລະນະປະຕິສັງ ຂອນ ຍັງບໍໄດ້ຮັບການເຜີຍແຜ່ດີເທົ່າທີ່ຄວນ ຈື່ງເຮັດໃຫ້ຫຼາຍຄົນໃນສັງຄົມ ມີ

    ຄວາມເຂົ້າໃຈທີ່ແຕກຕ່າງກັນ ເຊີ່ງໃນຕໍ່ໜ້າ ຄະນະຮັບຜິດຊອບຂອງພະແນກ ຖວທ ແຂວງຫຼວງພະບາງ ຈະຈັດຕັ້ງການເຜີຍແຜ່ໃຫ້ກວ້າງຂວາງ ແລະຈະຈັດກອົບຮົມວຽກງານ ບູລະນະ -ປະຕິສັງຂອນ ໃຫ້ພະນັກງານຮັບຜິດຊອບຢ່າງທົ່ວເຖີງ ເພື່ອເຮັດໃຫ້ ວຽກງານ ບູລະນະ-ປະຕິສັງຂອນ ໄດ້ຮັບການສືບທອດຕໍ່ໄປ.

    ຂ່າວ,ພາບ: ອາພຸດເດດ ບຸບຜາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.