ແຈ້ງມອດໄຟໃນ 9 ຕົວເມືອງ ທີ່ຂຶ້ນກັບ ໄຟຟ້າລາວ ສາຂານະຄອນຫລວງ ຂປລ. ໃນວັນທີ 2 ມິຖຸນາ 2021, ຝ່າຍລະບົບຈໍາໜ່າຍ, ລັດວິສາຫະກິດໄຟຟ້າລາວ ໄດ້ອອກແຈ້ງ ເຖິງຜູ້ຊົມໃຊ້ໄຟຟ້າ ໃນນະຄອນຫລວງວຽງຈັນ ກ່ຽວກັບການມອດໄຟ ເປັນວົງກ້ວາງ ໂດຍສະເພາະ 5 ຕົວເມືອງນອກ ແລະ 4 ຕົວເມືອງໃນ ທີ່ຂຶ້ນກັບ ໄຟຟ້າລາວ ສາຂາ ນະຄອນຫລວງ 1 ແລະ 2, ເຊິ່ງຈະເລີ່ມແຕ່ວັນທີ 5-6 ມິຖຸນາ 2021 ເພື່ອເຮັດວຽກປັບປຸງ, ສ້ອມແປງ ບຳລຸງຮັກສາລະບົບຕາຂ່າຍໄຟ ຟ້າທີ່ເກົ່າແກ່ ເພື່ອກຽມຮອງຮັບການສະໜອງໄຟຟ້າໃນຊ່ວງລະດູຝົນນີ້ ທັງໃຫ້ມີຄວາມຮັບປະກັນ, ຄວາມໝັ້ນຄົງ ແລະ ຫລຸດຜ່ອນໄຟຕົກ-ໄຟມອດ ໃຫ້ຫລຸດນ້ອຍຖອຍ
ລົງ ໂດຍສະເພາະ ຈະໄດ້ປ່ຽນຖ່າຍສ້ອມ ແປງບຳລຸງຮັກສາ ດອກກັນໄຟ, ຈຸດຕໍ່ຂອງສາຍໄຟ, ຈຸດທີ່ມີສຽງດັງ, ຕັດຕົ້ນໄມ້ອອກຈາກແລວສາຍ, ຕິດຕັ້ງອຸປະກອນ ເພື່ອເສີມໝໍ້ແປງ ຕາມຈຸດທີ່ມີແຮງດັນຕົກຕໍ່າກວ່າມາດຕະຖານ.ແຈ້ງມອດໄຟພາກແຮງກາງ 22 ກວ ໃນສາຍແຈກ MSS 13.2 ຂອງສະຖານີວຽງແກ້ວ ໃນວັນທີ 5 ມິຖຸນາ 2021 ເວລາ: 13:30-17:30 ໂມງ; ສາຍແຈກ MSS 11.1, MSS 11.2 ແລະ MSS 11.3 ຂອງສະຖານີ ໜອງບຶກ ໃນວັນທີ 6 ມິຖຸນາ 2021 ເວລາ: 8:30-12:00 ໂມງ; ສາຍແຈກ MSS 12.7, MSS 12.8 ຂອງສະຖານີ ດອນກອຍ ໃນວັນທີ 5 ມິຖຸນາ 2021 ເວລາ: 13:00-16:30 ໂມງ; ສາຍ
ແຈກ MSH 12.1.4, MSH 12.1.5; MSS 12.1 ແລະ MSS 12.2 ຂອງສະຖານີ ດອນກອຍ ໃນວັນທີ 5 ມິຖຸນາ 2021 ເວລາ: 8:30-12:00 ໂມງ. ນອກຈານີ້, ຍັງໄດ້ມອດໄຟພາກແຮງກາງ 22 ກວ ໃນສາຍແຈກ MSH 11.4.1, MSH 11.4.2, MSS 11.3, MSS 11.4 ແລະ MSS 11.7 ຂອງສະຖານີ ໜອງບຶກ ໃນວັນທີ 6 ມິຖຸນາ 2021 ເວລາ: 13:00-16:30 ໂມງ.ການສ້ອມແປງຄັ້ງນີ້, ອາດຈະສົ່ງຜົນກະທົບ ຕໍ່ຜູ້ຊົມໃຊ້ໄຟຟ້າເປັນບໍລິເວນກວ້າງ ຢູ່ໃນຂົງເຂດບ້ານຕ່າງໆໃນ 9 ຕົວເມືອງ ດັ່ງນັ້ນ, ຈຶ່ງຂໍຮຽນແຈ້ງມາຍັງ ທ່ານຜູ້ຊົມໃຊ້ໄຟຟ້າ ໄດ້ຮັບຊາບເພື່ອຫາວິທີ ກະກຽມແຜນການຊົມໃຊ້ໄຟໄວ້ລ່ວງໜ້າ ແລະ ໃນນາມລັດວິສາຫະກິດ ໄຟຟ້າລາວ ຂໍອະໄພໃນຄວາມບໍ່ສະດວກຄັ້ງນີ້ດ້ວຍ.