ຫວຽດນາມປະສົບບັນຫາພົບໂ ຄ ວິ ດສາຍພັນໃໝ່ ມີລະດັບຮ້ າ ຍແ ຮງກວ່າສາຍພັນອັງກິດແລະອິນເດຍ

    0
    544

    ຕາມການລາຍງານຂອງ ສຳນັກຂ່າວຮອຍເຕີ້ ໃຫ້ຮູ້ວ່າ: ລັດຖະມົນຕີ ກະຊວງສາທາລະສຸກຫວຽດນາມໄດ້ຖະແຫຼງໃນວັນທີ 29 ພຶດສະພາ 2021 ຜ່ານມາ ວ່າ:

    ທາງຫວຽດນາມໄດ້ກວດພົບເຊື້ອໂຄວິດສາຍພັນໃໝ່ ເຊິ່ງເປັນເຊື້ອໂຄວິດແບບປະສົມ ລະຫວ່າງ ສາຍພັນອິນເດຍ ແລະ ສາຍພັນອັງກິດ, ເຊິ່ງສາມາດແຜ່ກະຈາຍຢ່າງໄວວາໃນອາກາດ ແລະ ຕິດໄດ້ງ່າຍຂື້ນ.

    ລັດຖະມົນຕີ ກະຊວງສາທາລະນະສຸກຍັງກ່າວວ່າ: ກະຊວງສາທາລະນະສຸກຫວຽດນາມຈະແຈ້ງເລື່ອງການພົບເຊື້ອໂຄວິດສາຍພັນໃໝ່ນີ້ຕໍ່ອົງການອານາໄມໂລກຢ່າງໄວທີ່ສຸດ ໂດຍຈາກການສຶກສາໃນຫ້ອງທົດລອງທາງວິທະຍາສາດພົບວ່າ ເຊື້ອໂຄວິດສາຍພັນປະສົມນີ້ ສາມາດຕິດເຊື້ອໄດ້ງ່າຍກວ່າສາຍພັນກ່ອນໜ້ານີ້ ລວມທັງຍັງສາມາດຄັດລອກເພີ່ມຈຳນວນທາງວິທະຍາສາດໄດ້ຢ່າງໄວວາ ເຮັດໃຫ້ສາມາດອະທິບາຍໄດ້ວ່າ ເປັນຫຍັງຈຶ່ງມີຜູ້ຕິດເຊື້ອໃໝ່ຈຳນວນຫຼາຍໃນພື້ນທີ່ຕ່າງໆ.

    People cremate their family members and relatives at a crematorium in New Delhi, India, April 27, 2021. Saumya Khandelwal for TIME

    ກ່ອນໜ້ານີ້, ຫວຽດນາມໄດ້ພົບເຊື້ອໂຄວິດຂອງ 7 ສາຍພັນ ຄື: ສາຍພັນ B.1.222, B.1.19, D614G,B.1.1.7 (ສາຍພັນອັງກິດ), B.1.351, A.23.1 ແລະ B.1.617.2 (ສາຍພັນອິນເດຍ).

    ຜ່ານມາຫວຽດນາມເປັນໜຶ່ງປະເທດ ທີ່ປະສົບຜົນສຳເລັດໃນການຄວບຄຸມການລະບາດ ຂອງເຊື້ອໂຄວິດ-19 ໄດ້ດີທີ່ສຸດໃນຊ່ວງປີຜ່ານມາ. ສ່ວນໃນປັດຈຸບັນ.

    ຫວຽດນາມກຳລັງພົບກັບກັບການລະບາດຂອງເຊື້ອໂຄວິດທີ່ລະບາດໄດ້ໄວກວ່າເກົ່າ ໂດຍນັບຕັ້ງແຕ່ເດືອນເມສາ ທີ່ຜ່ານມາ ພົບຜູ້ຕິດເຊື້ອໂຄວິດສາຍພັນໃໝ່ ໃນຫວຽດນາມແລ້ວເກືອບ 3,600 ຄົນ ໃນ 31 ເມືອງ ຈາກ 63 ເມືອງ ແລະ ແຂວງທົ່ວປະເທດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.