ເວົ້າກ່ຽວກັບການຫຼິ້ນເກມ ເປັນພຶດຕິກໍາໜຶ່ງທີ່ພົບເຫັນຫຼາຍໃນເດັກນ້ອຍສະໄໝນີ້, ບໍ່ວ່າຈະເວລາໃດ ຫວ່າງ ຫຼື ບໍ່ຫວ່າງ ກໍ່ຫັນໜ້າເຂົ້າຫາເກມ ບາງຄັ້ງ ຫຼາຍປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມກໍ່ມັກເກີດມາຈາກການຕິດເກມ.
ນອກຈາກບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ອັນພາໃຫ້ເກີດຄວາມວຸ່ນວາຍໃນສັງຄົມແລ້ວ ອີກບັນຫາທີ່ມັກພົບຄື ມັນສົ່ງຜົນຕໍ່ສຸຂະພາບ ຮ່າງກາຍ ແລະ ຈິດໃຈ ເນື່ອງຈາກຜູ້ທີ່ຕິດເກມໜັກແມ່ນຈະສົນໃຈດູແລຕົນເອງ ແມ້ກະທັ້ງເລື່ອງກິນເຂົ້າ ຫຼືພັກຜ່ອນ.
ດັ່ງຂ່າວເສົ້າກໍລະນີນີ້ ທີ່ມີຜູ້ໃຊ້ເຟສບຸກ ອອກມາໂພສພາບຫຼານຊາຍ ພ້ອມຂໍ້ຄວາມສຸດເສົ້າວ່າ: ອ້າຍເອີຍຊາຍເອີຍ…ອ້າຍວີໂກເອີຍ ອາວບອກສອນແລ້ວວ່າຢ່າຫລີ້ນເກມຫລາຍ ອາວບໍ່ໄດ້ມາຫາປີປາຍກະມາຈາກອ່າວໄປເນ່, ໄປບໍ່ໄດ້ສັ່ງບໍ່ໄດ້ປາກນຳຈັກຂໍ້, ເຫລືອໃຈເດ້, ຂໍໃຫ້ຫລານໄປຢູ່ບ່ອນຊີ້ນບໍ່ໄດ້ຫາປາບໍ່ໄດ້ຊອກບ່ອນອືມທິບບໍ່ໄດ້ທຸກກາຍທຸກໃຈອາຍຸສັ້ນແບບນີ້ ຜູ້ກ່ຽວ 15ປີກັບ3ເດືອນ.
ທັ້ງນີ້ ຜູ້ໂພສພາບຍັງເຕືອນເຖິງທຸກຄົນວ່າ: ອຸທາຫອນອີກຢ່າງການປ່ອຍປະໃຫ້ລູກຫລານຫລີ້ນໂທລະສັບໃນການຫລີ້ນເກມອາດເປັນເຫດໃຫ້ສາຍຕາແລະຮ່າງກາຍຂາດການຜັກຜ່ອນມີຜົນກະທົບທາງສະໝອງ.
ແນວໃດກໍ່ຕາມ ແອັດຂໍສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດດ້ວຍ.