ອຸທາຫອນ! ສາວໂພສເຕືອນໄພ ໃສ່ຄອນແທັກເລນຜິດເປັນເຫດໃຫ້ຕົນເອງສ່ຽງຕາບອດ

    0
    695

    ເປັນອີກເລື່ອງລາວອຸທາຫອນ ເຕືອນສະຕິສາວໆທັງຫຼາຍເລີຍກໍ່ວ່າໄດ້ ໂດຍສະເພາະຜູ້ທີ່ມັກໃສ່ຄອນແທັກເລນ ເພາະມີຄົນອອກມາໂພສຂໍ້ຄວາມເຕືອນ ຍ້ອນຄອນແທັກເລນ ເຮັດຕົນເອງຕົກໃນສະພາວະສ່ຽງຕາບອດ.

    ຜູ້ໃຊ້ເຟສບຸກຊື່ R Ping Ping Siseng ໄດ້ມອອກມາໂພສພາບ ພ້ອມຂໍ້ຄວາມເຕືອນໄພໄວ້ວ່າ: ຂ້ອຍມີອາການສ່ຽງງຕໍ່ການຕາບອດ ຍ້ອນການໃສ່ຄອນເທັກແລນ(5_6ຊົ່ວໂມງເທົ່ານັ້ນ) ​ສາເຫດແມ່ນຍ້ອນ ກັບໃສ່ຄອນແທັກເລນບໍ່ໄດ້ເອົາເຫລົ້າ90ລ້າງທຸກເທື່ອ, ຕອນໃສ່ຄອນແທັກເລນຫລືຕອນເອົາອອກ ບໍ່ໄດ້ລ້າງມື, ໃສ່ຄອນແທັກເລນຕາມທ້ອງຕະຫລາດທີ່ມີລາຄາຖືກ ແຟຊັ້ນ ສີຄອນແທັກເລນບໍ່ໄດ້ມາດຖານມີສານຕົກຄ້າງ ຄອນແທັກເລນທີ່ບໍ່ໄດ້ຜ່ານການຮັບຮອງຈາດໂຮງຫມໍປົວຕາ.

    ອີກສາເຫດແມ່ນຍ້ອນ ດື້ດ້ານຕາບໍ່ມີບັນຫາຫຍັງກໍ່ໃສ່ຄອນແທັກເລນ ແລະ ຄິດມັກງ່າຍຢາກງາມແລ້ວໄປຊື້ຄອນແທັກເລນລາຄາ 20 30 40 50ພັນມາໃສ່

    ສາວຄົນນີ້ຍັງເຕືອນອີກວ່າ: ໃຫ້ຂ້ອຍເປັນອຸທາຫອນໃຫ້ຄົນທີ່ຄິດຍັງຢາກໃສ່ຢາກງາມເວລາອອກບ້ານເດີ້ ​ການໃສ່ຄອນແທັກເລນບໍ່ມີຜົນດີຈັກຢ່າງ ທຸກຢ່າງມີແຕ່ຜົນຂ້າງຄຽງ ໃຫ້ໄປຄິດເອົາໄປຊື້ຄອນແທັກເລນຕາມທ້ອງຕະຫລາດທົ່ວໄປແລ້ວມາປົວຕາມັນຄຸ້ມກັບຫນ່ວຍຕາຫລືແກ້ວຕາເຈົ້າບໍ່.

    ສໍາລັບໂຕຂ້ອຍເອງຕອນນີ້ຢູ່ໃນການປີ່ນປົວມີຄວາມສ່ຽງຕໍ່ການຕາບອດ 60/40 ຖ້າປົວໄດ້ກະບໍ່ສາມາດເບີ່ງເຫັນຄືເກົ່າ100%ເນື່ອງຈາກທຸກບາດແຜຕ້ອງມີແປ້ວ ແກ້ວຕາກະເຊັ່ນກັນ, ເບີ່ງຂ້ອຍເປັນຕົວຢ່າງລະຕັດສິນໃຈເອົາເດີ້ ສຳລັບສາວໆທີ່ມັກການໃສ່ຄອນແທັກເລນຄືຂ້ອຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.