ຕ ິ ດ ເ ຊ ື ້ ອ ໃນຊຸມຊົນບໍ່ໝົດງ່າຍ ຖ້າຜູ້ຢູ່ນະຄອນຫຼວງບໍ່ເຂັ້ມງວດຕໍ່ການພົວພັນສັງຄົມ

    0
    500

    ຕາມການຖະແຫຼງຂ່າວໃນວັນທີ 4 ມິຖຸນາ 2021 ຂອງ ທ່ານ ດຣ. ນາງພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະແກ້ໄຂການລະບາດຂອງ ພະຍາດ ໂ ຄ ວ ິ ດ ໃຫ້ຮູ້ວ່າ: ສະພາບການລະບາດຂອງພະຍາດ ໂ ຄ ວ ິ ດ ຢູ່ ສປປ ລາວ ມາຮອດປະຈຸບັນ ມີຜູ້ ຕິດເຊື້ອສະສົມທັງໝົດ 1.952 ຄົນ (ໃໝ່ 9), ເສຍຊວິດິສະສົມ ທັງໝົດ 03 ຄົນ(ໃໝ່ 00 ).

    ວຽກງານການປິ່ນປົວ ແມ່ນມີຜູ້ທີ່ປິ່ນປົວຫາຍດີທັງໝົດ1.680 ຄົນ ປິ່ນປົວດີໃໝ່ 26ຄົນ ຍັງຕິດຕາມຕາມປິ່ນປົວຕໍ່ທົ່ວປະເທດທັງໝົດ 261ຄົນ ແລະ ອີກ 8 ຄົນ ແມ່ນກໍາລັງໄປຮັບເຂົ້າມາປິ່ນປົວ ໃນບັນດາຜູ້ທີ່ນອນຕິດຕາມອາການແມ່ນມີ04 ຄົນຕ້ອງດົມອົກຊີ ທັງໝົດແມ່ນຢູ່ນະຄອນຫຼວງວຽງຈັນ ຜູ້ທີ່ມີອາການໜັກໄດ້ໃຊ້ເຄື່ອງຊ່ວຍຫາຍໃຈແມ່ນບໍມີ .

    ສຳລັບການເດີນທາງເຂົົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນວັນທີ3 ມິຖຸນາ 2021 ແມ່ນມີຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດເຂົ້າມາທັງໝົດ 2.603 ຄົນ ໃນນັ້ນຜ່ານທາງດ່ານລາວ-ໄທມີ 1.698 ຄົນ, ດ່ານລາວ-ຈີນ ມີທັງໝົດ 33 ຄົນ, ດ່ານລາວ-ຫວຽດນາມ 862 ຄົນ ແລະເດີນທາງຜ່ານສະໜາມບິນສາກົນວັດໄຕ  10 ຄົນ.ກ່ຽວກັບວຽກງານການກວດວິເຄາະໃນວັນທີ 03 ມິຖຸນາ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາ ເຊື້ອ ໂ ຄ ວ ິ ດ ທັງໝົດ 1.920 ຕົວຢ່າງ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 9 ກໍລະນີ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.