ເມື່ອວັນອັງຄານ ( 25 ພຶດສາ) ນະຄອນຫຼວງປັກກິ່ງ ນະຄອນຫຼວງຂອງຈີນ ໄດ້ອະນຸຍາດໃຫ້ບໍລິສັດ 3 ແຫ່ງ ເລີ່ມໃຫ້ບໍລິການຍານພາຫະນະຈັດສົ່ງບໍ່ມີຄົນຂັບ ແລ່ນຕາມຖະໜົນຫົນທາງໄດ້ເປັນເທື່ອທຳອິດ.
ເຈດີດອດຄອມ (JD.com) ບໍລິສັດຍັກໃຫຍ່ດ້ານອີຄອມເມີດ ເມີ່ຍຖວນ (Meituan) ບໍລິສັດຜູ້ໃຫ້ບໍລິການອອນລາຍ ແລະນີໂອລິກ (Neolix) ຜູ້ຜະລິດລົດຂັບເຄື່ອນັອດຕະໂນມັດ ໄດ້ຮັບໝາຍເລກປະຈຳໂຕ ສຳລັບການໃຊ້ງານຍານພາຫະນະເຫຼົ່ານີ້, ລະຫວ່າງການປະຊຸມເທັກໂນໂລຢີຍານພາຫະນະ ເຊື່ອມຕໍ່ອັດສະລິຍະນານາຊາດ ຄັ້ງທີ 8 ໃນນະຄອນຫຼວງປັກກິ່ງ.
ຍານພາຫະນະຈັດສົ່ງບໍ່ມີຄົນຂັບດັ່ງກ່າວນີ້, ຈະສາມາດແລ່ນໃຫ້ບໍລິການໃນພື້ນທີ່ຈຳເພາະ ໃນການຂັບຂີ່ອັດຕະໂນມັດລະດັບສູງຂອງປັກກິ່ງ ເຊິ່ງຄວບຄຸມພື້ນທີ່ 60 ຕາລາງກິໂລແມັດ ຢູ່ເຂດພັດທະນາເສດຖະກິດ-ເທັກໂນໂລຢີປັກກິ່ງ ຫຼື ອີ-ທາວ (E-Town) ໃນເຂດຕ້າຊິງ. . ທ່ານ ຂົ່ງເລີ່ຍ ຮອງຜູ້ອຳນວຍການອີ-ທາວ ເປີດເຜີຍວ່າ ຜູ້ປະກອບການຍານພາຫະນະຈັດສົ່ງບໍ່ມີຄົນຂັບ ຈະດຳເນີນທຸລະກິດຂົນສົ່ງພັດສະດຸດ່ວນ, ທຸລະກິດຈັດສົ່ງອາຫານ ແລະທຸລະກິດຂາຍຍ່ອຍພາຍໃນພື້ນທີ່ດັ່ງກ່າວ.
ພ້ອມນີ້, ປັກກິ່ງລິເລີ່ມນະໂຍບາຍກ່ຽວກັບຍານພາຫະນະເຊື່ອມຕໍ່ອັດສະລິຍະໃນພື້ນທີ່ດັ່ງກ່າວເມື່ອເດືອນເມສາ ໂດຍອະນຸຍາດໃຫ້ຍານພາຫະນະ, ເທັກໂນໂລຢີ ແລະຮູບແບບຈຳລອງໃໝ່ໆເຂົ້າມາທົດສອບ ແລະໃຊ້ງານໃນພື້ນທີ່. ທີ່ມາ: www.xinhuathai.com