ແມ່ລ້ຽງດ່ຽວສູ້ຊີວິດ ເລີ່ມຕົ້ນຈາກສູນເຮັດທຸກຢ່າງທີ່ໄດ້ເງິນ ຈົນສາມາດຊື້ລົດຊື້ດິນເປັນຂອງຕົນເອງ

    0
    450

    ຈາກເຟຍບຸກ Ning Souliya ໄດ້ໂພສບົດຄວາມເພື່ອເປັນແຮງບັນດານໃຈວ່າ: Singlemotherແມ່ລ້ຽງດ່ຽວ ຂໍເອີ້ນໂພສນີ້ວ່າ #ແຮງບັນດານໃຈ” ຍາກຫຼາຍເດີ່ ສຳຫຼັບຜູ້ຍິງ ໂຕຄົນດຽວ ທີ່ຊີວິດເລີ່ມຕົ້ນມາຈາກສູນ(0) ຕັ້ງແຕ່ນ້ອຍ ຈົນແຕ່ງງານສ້າງຄອບຄົວ5ປີ ແລ້ວກໍ່ໄດ້ແຍກທາງກັນ ຊີວິດແມ່ລ້ຽງດ່ຽວຕອນນັ້ນ ມີເງີນຕິດໂຕພຽງ 250,000ກີບ ລົດຖີບ ສິຂີ່ ຍັງບໍ່ມີ ອົດທົນສູ້ຊົນມາຕະຫຼອດ ຕອນນັ້ນເປີດຮ້ານເສີມສວຍ ຫາລ້ຽງລູກ ຕໍ່ມາ #ມີລົດຈັກຄິກໄອ້ຂີ່ລະ

    ຈົນມາຮອດ ປີ2013 ມີລູກຄົນທີ່2 (ບໍ່ມີພໍ່) ຫາເງີນ ທ້ອນເງີນ ປັກໃຈໃສ່ ຢາກມີລົດວີໂກ່ ພາແມ່ໄປຊື້ເຄື່ອງມາຂາຍ ຮອດວັນທີ່12/04/2014 ຂາຍຄຳທີ່ມີຢູ່ມາໂຮມໃສ່ເງີນທີ່ມີຢູ່ ຍັງບໍ່ພໍ ພໍ່ແມ່ຕື່ມໃຫ້ 1,000$ ມາຊື້ລົດຢູ່ນະຄອນຫຼວງ (ມາກັບໝູ່1 ກັບນ້ອງຮັກ1 ຄວາມເກ່ງຂອງນາງ ພໍ່ແມ່ບໍ່ມາ) ຕໍ່ມາອີກ6ເດືອນ ຊື້ດີນຢູ່ບ້ານ ໄດ້2ຕອນ (100ລ້ານກີບ)

    ຊີວິດຖາມວ່າ ໜັກບໍ?: ຕອບໄດ້ເລີຍວ່າໜັກຫຼາຍ #ກັບການທີ່ຕົ້ນທືນບໍ່ມີສູ້ຊົນມາຈົນເຖີງທຸກມື້ນີ້ #ການທີ່ຕ້ອງການເປັນລູກທີ່ດີຂອງພໍ່ແມ່ແລະເປັນແມ່ທີ່ຂອງລູກໆ ມັນບໍ່ງ່າຍເລີຍ.

    ຍ້ອນຄຳວ່າສູ້ຊົນ ບໍ່ແມ່ນແຕ່ຫາເງີນລ້ຽງ ແຕ່ຂ້ອຍຢາກສ້າງ ແລະ ວາງອົດນາຄົດໃວ້ໃຫ້ລູກ ໃຫ້ມີຕົ້ນທືນທີ່ດີ “ຈົນຕ້ອງກາຍເປັນວ່າ ຕ້ອງພາກຈາກລູກ ຕັ້ງແຕ່ທ້າຍປີ2016” ອອກຈາກບ້ານ ໄປເປີດ ຮ້ານ ຄາຣາໂອເກະ ຢູ່ພຽງໂຕຄົນດຽວກັນ ບໍລິຫານຮ້ານ ໃຫ້ຢູ່ ໃຫ້ລອດ ໂດຍທີ່ມີ ນ້ອງໆ ສາວເສີບ ເຮັດວຽກຊ່ວຍ ນອນເດີກທຸກຄືນ ບາງຄືນ ກະຈົນແຈ້ງ ຈາກຊີວິດ ທີ່ຫາເງີນກາງຄືນ ມີຮ້ານອອບໄລນ໌ຢູ່ແລ້ວ ຫັນມາຂາຍອອນໄລນ໌ ເດືອນ10 ປີ2018 ຂາຍເລີ່ມແລກ ຜົນຕອບຮັບດີ ກໍ່ເລີ່ມມາຂາຍຈີງຈັງ ຂາຍຫຼາຍໆຢ່າງ ມີຫຼາຍໆຄົນຖາມ.

    ຍ້ອນຄຳວ່າສູ້ຊົນ ບໍ່ແມ່ນແຕ່ຫາເງີນລ້ຽງ ແຕ່ຂ້ອຍຢາກສ້າງ ແລະ ວາງອົດນາຄົດໃວ້ໃຫ້ລູກ ໃຫ້ມີຕົ້ນທືນທີ່ດີ “ຈົນຕ້ອງກາຍເປັນວ່າ ຕ້ອງພາກຈາກລູກ ຕັ້ງແຕ່ທ້າຍປີ2016” ອອກຈາກບ້ານ ໄປເປີດ ຮ້ານ ຄາຣາໂອເກະ ຢູ່ພຽງໂຕຄົນດຽວ ບໍລິຫານຮ້ານ ໃຫ້ຢູ່ ໃຫ້ລອດ ໂດຍທີ່ມີ ນ້ອງໆ ສາວເສີບ ເຮັດວຽກຊ່ວຍ ນອນເດີກທຸກຄືນ ບາງຄືນ ກະຈົນແຈ້ງ ຈາກຊີວິດ ທີ່ຫາເງີນກາງຄືນ ມີຮ້ານອອບໄລນ໌ຢູ່ແລ້ວ ຫັນມາຂາຍອອນໄລນ໌ ເດືອນ10 ປີ2018 ຂາຍເລີ່ມແລກ ຜົນຕອບຮັບດີ ກໍ່ເລີ່ມມາຂາຍຈີງຈັງ ຂາຍຫຼາຍໆຢ່າງ ມີຫຼາຍໆຄົນຖາມ.

    #ມາຮອດຕອນນີ້ຄິດຮອດລູກນ້ຳຕາໄຫຼຈົນປຽກແກ້ມທັງສອງຂ້າງ ໂດຍທີ່ບໍ່ຮູ້ໂຕ ເຂົ້າໃຈລູກເລີຍ ວ່າທຸກໆເທື່ອ ທີ່ໄປສົ່ງລູກຢູ່ຄິວລົດສາຍໄຕ້ ເພື່ອເມືອບ້ານ ເປັນຫຍັງລູກຄືໃຫ້ (ຍ້ອນຄວາມຄ້ອຍໃຈ ຄິດຮອດແມ່) #ໃຜທີ່ຂື້ນຊື່ວ່າແມ່ ຈະຮູ້ດີເນາະ ຄວາມຮູ້ສືກນີ້ ແລະຄວາມອົດທົນ ຄວາມເມື່ອຍຕ່າງໆ ເປັນຫຍັງຄືເຮັດໄດ້ ເປັນຫຍັງ ຄືອົດທົນມາໄດ້ #ແລະກະຕ້ອງຜ່ານມັນໃຫ້ໄດ້ອີກ ມື້ນີ້ເຖີງແມ່ສິທຸກ ໃນໃຈກະຂໍ ຢາກໃຫ້ລູກມີຄວາມສຸກ ໃນມື້ຕໍ່ໜ້າໄປ ຊີວິດມັນບໍ່ງ່າຍເລີຍ.

    #ແຕ່ຂໍເປັນກຳລັງໃຫ້ແມ່ລ້ຽງດ່ຽວທຸກໆຄົນເດີ່ (ເຖີງເຮົາ ສີບໍ່ສາມາດ ເປັນທຸກຢ່າງໃຫ້ລູກໄດ້ ແຕ່ຖ້າມີລູກແລ້ວ ກໍ່ຂໍເຮັດທຸກຢ່າງ ໃຫ້ມັນດີທີ່ສຸດ ສຳລັບລູກ ເທົ່າທີ່ເຮົາມີຄວາມສາມາດເຮັດ ກໍ່ພໍ) Single mother ສູ້ໆຂອບໃຈທີ່ອ່ານຈົບ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.