ຂ່າວຮ້າຍ! ເມືອງ ຜາອຸດົມ ເກີດເຫດງົວຕາຍກະທັນຫັນ.

    0
    315

    ຂ່າວຮ້າຍ! ເມືອງ ຜາອຸດົມ ເກີດເຫດງົວຕາຍກະທັນຫັນ.

    ຕາມການລາຍງານຂອງຫ້ອງການກະສິກຳ-ປ່າໄມ້ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ໄດ້ລາຍງານວ່າ: ມີງົວຂອງປະຊາຊົນຕາຍໂດຍບໍ່ຮູ້ສາເຫດຈໍານວນ 5 ໂຕ.

    ຜ່ານການລົງກວດກາຕົວຈິງຂອງໜ່ວຍງານທີ່ກ່ຽວຂ້ອງໄດ້ບົງມະຕິພະຍາດສັດທີ່ເຮັດໃຫ້ມີງົວຕາຍໃນຄັ້ງນີ້ແມ່ນເກີດຈາກຫຼາຍອາການ ເປັນຕົ້ນແມ່ນ ອາການສັດເປັນພະຍາດທ້ອງເບັງ, ສັດຕາຍກະທັນຫັນ ບໍ່ສະແດງອາການຜິດປົກກະຕິ ຫຼື ເຈັບມາກ່ອນ, ມີນໍ້າລາຍ-ນໍ້າມູກໄຫຼອອກປາກ-ອອກດັງ, ບາງໂຕມີເລືອດອອກຮູທະວານໜ້ອຍໜຶ່ງ.

    ສຳລັບ, ຊາກງົວຕາຍ ຈໍານວນ 5 ໂຕ ແມ່ນໄດ້ຂຸດຂຸມເລິກ 2 ແມັດ ພ້ອມທັງຊີດຢາຂ້າເຊື້ອພະຍາດໃສ່ຊາກງົວຕາຍ ແລະ ຫຼັງຈາກຖົມຂຸມແລ້ວ ກໍໄດ້ຊີດຢາຂ້າເຊື້ອພະຍາດຮອບທີ່ສອງໃສ່ບໍລິເວນຂຸມ ແລະ ບໍລິເວນທີ່ມີຊິ້ນສ່ວນຕົກເຮ່ຍຂອງຊາກງົວຕາຍ.

    ຂໍ້ມູນ: ໜັງສືພິມ ບໍ່ແກ້ວ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.