ມອບໃບຍ້ອງຍໍໃຫ້ແພດໝໍທີ່ລົງເຄື່ອນໄຫວສັກວັກຊິນປ້ອງກັນໂຄວິດ-19 ໃຫ້ພະນັກງານ ຖວທ

    0
    414

    ພິທີມອບໃບຍ້ອງຍໍໃຫ້ທີມງານແພດໝໍທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ພະນັກງານ-ລັດຖະກອນ ຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຂຶ້ນໃນວັນທີ 3 ມີຖຸນານີ້ ທີ່ຫໍວັດທະນະທຳແຫ່ງຊາດ ເປັນກຽດມອບໃບຍ້ອງຍໍໂດຍທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງ ຖວທ ແລະ ຕາງໜ້າຮັບໂດຍ ທ່ານ ໄຊຍະວົງ ບົວທອງທິບ ຮອງອຳນວຍການໂຮງໝໍເດັກ.


    ຈຸດປະສົງໃນການມອບໃບຍ້ອງຍໍໃນຄັ້ງນີ້ແມ່ນສະແດງໃຫ້ເຫັນຄຸນງາມຄວາມດີຂອງແພດໝໍໂຮງໝໍເດັກທີ່ ໄດ້ປະກອບສ່ວນລົງເຄື່ອນໄຫວຊ່ວຍສັກວັກຊິນໃຫ້ພະນັກງານ-ລັດຖະກອນ ກະຊວງ ຖວທ ຄົບຈຳນວນ 2 ເຂັ້ມ ຊຶ່ງລວມເຂັ້ມທີ 1 ແລະ ເຂັ້ມທີ 2 ມີຈຳນວນ 1.000 ກວ່າຄົນ, ພ້ອມນີ້ ກະຊວງ ຖວທ ຍັງໄດ້ປະກອບສ່ວນຊ່ວຍເຫຼືອອຸປະກອນການແພດປ້ອງກັນໂຄວິດ-19, ອາຫານ, ນໍ້າດື່ມ ແລະ ຍັງໄດ້ສືບຕໍ່ສັກຢາວັກຊິນ ເຂັ້ມທີ 2 ໃຫ້ພະນັກງານອ້ອມຂ້າງ ກະຊວງ ຖວທ ຕື່ມອີກ.

    (ຂ່າວ-ພາບ: ວັນເພັງ)

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.