ຂໍນຳສະເໜີ ເລື່ອງລາວຂອງຊີວິດ ດາຫຼາຕາຫຼົກດັງໄທ ເທັ່ງ ເທີດເທີງ ທີ່ຫຼາຍຄົນຮູ້ຈັກດີ ບໍ່ວ່າຈະໄທ ຫຼື ລາວ ທີ່ມີຄວາມສາມາດຫຼາກຫຼາຍ ທັງການສະແດງ, ຮ້ອງເພງ, ເຕັ້ນ ຫຼິ້ນຕາຫຼົກ ແລະ ຫຼາຍຄົນຄົງບໍ່ເຄີຍຮູ້ວ່າ ກວ່າຈະມາເປັນ ເທັ່ງ ເທີດເທີງໃນມື້ນີ້ ເພິ່ນຕ້ອງຜ່ານຫຍັງມາແນ່ ກ່ອນຈະມາເປັນດາລາຕາຫຼົກລະດັບແຖວໜ້າໄທ ແລະ ມີເງິນຄຳມະຫາສານຕາມຮອຍລຸ້ນອ້າຍ ຢ່າງ ໝ່ຳ ຈົກໝົກ
ພາບໃນອາດີດກ່ອນຈະມາປະສົບຜົນສຳເລັດ ເຄີຍເປັນຄົນປັ່ນ 3 ລໍ້ ທຳມະດາ ເພື່ອລ້ຽງຊີບ พงษ์ศักดิ์ พงษ์สุวรรณ ຄືຊື່ແທ້ ຂອງ ເທັ່ງ ເທີດເທີງ ເຂົາມັກບອກສະເໝີວ່າ ຕົນເອງ ເປັນຄົນຮັກບ້ານເກີດ ອຳເພີ สวรรคโลก ຈັງຫວັດ ນະຄອນສະຫວັນ ທີ່ເຮືອນ ຄອບຄົວເປັນ ລິເກ ເຮັດໃຫ້ເທັ່ງ ມັກຮັກໃນຄວາມເປັນລິເກ ຫຼາຍ ມາຕັ້ງແຕ່ຕອນຍັງນ້ອຍ
ຈົນໄດ້ມາກາຍເປັນ ດາລາຕາຫຼົກ 100 ລ້ານ ມີຄົນມັກຮັກຫຼວງຫຼາຍ ກ່ອນນັ້ນ ການຫຼິ້ນກິເກ ບໍ່ປະສົບຜົນສຳເລັດ ຈຶ່ງໄດ້ຕັດສິນໃຈເດີນທາງມາເມືອງໃຫຍ່ ຄື ກຸງເທບ ເພື່ອຕັ້ງຄະນະຕາຫຼົກຮ່ວມກັບ ອ້າຍ ແຕ່ກໍບໍ່ປະສົບຜົນສຳເລັດ ຈາກນັ້ນກໍເລີ່ມເຂົ້າວົງການຕະຫຼົກ ທຳອິດຢູ່ຄະນະ ຕະຫຼົກມະກອກສາມຕະກ້າ ບໍ່ມີໃຜຮູ້ວ່າກ່ອນເຂົາຈະຂຶ້ນຫຼິ້ນຕາຫຼົກໄດ້ນັ້ນເຂົາຕ້ອງໄດ້ເຮັດທຸກຢ່າງເອງຫຼາຍຢ່າງ ອຸປະກອນ ເຄື່ອງມື ຈົນຈະມາໄດ້ຫຼິ້ນເປັນຕາຫຼົກປະຈຳຄະນະ ແຕ່ນັ້ນກໍຍັງບໍ່ປະສົບຜົນສຳເລັດເທົ່າທີ່ຄວນ ເຂົາກໍຍ້າຍໄປເລື້ອຍໆ ຈົນໄດ້ພົບກັບໝ່ຳ ຈົກໝົກ ດາລາຕາຫຼົກລຸ້ນອ້າຍ ດັງຄືກັນ ຊວນໄປຮ່ວມຄະນະ
ຈາກນັ້ນກໍໄດ້ເລີ່ມມີຊື່ສຽງ ແລະ ໄດ້ໂອກາດເຂົ້າໄປຢູ່ໃນ ບໍລິສັດ ເວີກພ້ອຍ ຂອງ ປັນຍາ ນິລັນກຸນ ໄດ້ຮ່ວມໃນແກ້ງ ສາມຊ່າ ແລະ ລະເບີດເທີງເທີງ ມີຊື່ສຽງ ແລະ ເງິນທອງຫຼວງຫຼາຍ ຊີວິດປ່ຽນທັນທີ, ນອກຈາກນັ້ນກໍສະແດງລະຄອນ, ຮູບເງົາຕ່າງໆ ລວມທັງເປັນຜູ້ກຳກັບໄດ້ສຳເລັດ ມີບ້ານເຮືອນ, ລົດ, ຄອບຄົວສົມບູນແບບ
ແລະ ປັດຈຸບັນກໍເປັນເຈົ້າຂອງຕະຫຼາດ ເທັ່ງເທີງເທີງ ອີກ ບອກເລີຍມາໄກ ຈາກອາຊີບ ຂັບ ສາມລໍ້ ສູ່ມື້ນີ້ ຄວາມດຸ, ອົດທົນ ເຮັດໃຫ້ມີມື້ນີ້ອີ່ຫຼີ່ ເທັ່ງໄດ້ເປີດຕະຫຼາດ ເທັ່ງເທີດເທີງ ໄນ໌ວິນເທດ ເປັນຕະຫຼາດກາງຄືນ ຂາຍສິນຄ້າທົ່ວໄປ ເສື້ອຜ້າ, ກະເປົາ, ເຄື່ອງສຳອາງ … ແລະ ໂຊນຂອງກິນ ໃຜໄດ້ໄປກໍລອງໄປເລາະຊົມ ຊິມເບິ່ງໄດ້ ທີ່ ນະຄອນນາຍົກ ປະເທດໄທ ກົງກັນຂ້າມກັບລີສອດตรงข้ามกับรีสอร์ท ໂຕແມງໂອ້ ຕິດກັບຟາມແກະ ນະຄອນນາຍົກ
ເກັ່ງແບບນີ້ເບິ່ງເອົາເປັນຕົນຢ່າງ ເພາະວຽກງານກໍທຸມເທ, ທຸລະກິດກໍທຸມເທ ເພືອ່ຄອບຄົຍ ແລະ ຕົນເອງ ໃນແກ້ງ 3 ຊ່າ ລວຍທຸກຄົນ ເຫັນແລ້ວອິດສາ ແຕ່ຢ່າອິດສາລ້າໆທຸກຄົນ ເບິ່ງຄວາມດຸໝັ່ນເປັນຕົວຢ່າງ ກວ່າຈະມີມື້ນີ້ກໍເຄີຍບໍ່ປະສົບຜົນສຳເລັດ ແຕ່ເຮົາກໍສູ້ຕໍ່ໄປ ຈົນຈະຮອດມື້ຂອງເຮົາ