ຫຼວງນ້ຳທາ ອະນຸຍາດໃຫ້ເດີນທາງເຂົ້າ-ອອກແຂວງໄດ້ ແຕ່ຕ້ອງຈຳເປັນ ແລະ ມີໃບອະນຸຍາດ ເພື່ອເຮັດໃຫ້ການຄຸ້ມຄອງ, ຕິດຕາມ, ກວດກາ ການເຄື່ອນໄຫວຂອງພົນລະເມືອງ ທີ່ ເຂົ້າ-ອອກແຂວງຫຼວງນ້ຳທາໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມເປັນເອກະພາບ, ພ້ອມທັງສະກັດກັ້ນການລັກລອບເຂົ້າ-ອອກ ເມືອງ
ແບບຜິດກົດໝາຍ ແລະ ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ເຝົ້າລະວັງ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ ໂຄວິດ-19 ບໍ່ໃຫ້ແຜ່ລາມມາສູ່ແຂວງຫຼວງນ້ຳທາ ແລະ ແຂວງອື່ນໆ ເພີ່ມຂຶ້ນ; ໃນໄລຍະນີ້ແຂວງຫຼວງນໍ້າທາຍັງມີຄວາມຈຳເປັນຈະຕ້ອງໄດ້ກວດກາຄົນທີ່ມາຈາກຕ່າງແຂວງ ທີ່ໄດ້ເຂົ້າມາຢູ່ແຂວງຫຼວງນ້ຳທາ
ແລ້ວເຊິ່ງມີຈຳນວນຫຼວງຫຼາຍນີ້ ສາກ່ອນ ແລະ ຈະບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນທີ່ຢູ່ຕ່າງແຂວງ ເດີນທາງເຂົ້າມາແຂວງຫຼວງນ້ຳທາເທື່ອ ຍົກເວັ້ນກໍລະນີທີ່ຈໍາເປັນເຊັ່ນ: ການເຈັບເປັນເດີນທາງໄປປິ່ນປົວ (ຕ້ອງມີໃບຢັ້ງຢືນຈາກໂຮງໝໍ), ການເສຍຊີວິດຂອງຄອບຄົວ-ຍາດພີ່ນ້ອງ (ມີໃບຢັ້ງຢືນຈາກບ້ານກ່ຽວຂ້ອງ), ການໄປວຽກທາງການ (ຕ້ອງມີຂໍ້ຕົກລົງ ຫຼື ແຈ້ງການ) ແລະ ການຂົນສົ່ງສິນຄ້າທີ່ມີຄວາມຈຳເປັນ ເຊິ່ງຈະພິຈາລະນາຕາມຕົວຈິງ