ຊົມເຊີຍແພດໝໍ ແຂວງອຸດົມໄຊ ປ ິ ່ ນ ປ ົ ວ ຜ ູ ້ ຕ ິ ດ ເ ຊ ື ້ ອຫາຍດີ ແລະ ອອກໂຮງຫມໍ ເພີ່ມ 2 ຄົນ

    0
    821

    ແຫລງຂ່າວ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນວັນທີ 2 ມິຖຸນານີ້, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ແລະ ຄະນະແພດໂຮງໝໍແຂວງອຸດົມໄຊ ໄດ້ອະນຸຍາດໃຫ້ຜູ້ຕິດເຊື້ອທີ່ປິ່ນປົວຫາຍດີ 2 ກໍລະນີ ຄື: ນາງ ຫຼ້າຝາງ ບ້ານດອນແກ້ວ ເມືອງໄຊ ແຂວງອຸດົມໄຊ ແລະ

    ນາງ ຫຼ້າສະໝອນ ບ້ານລ້ອງກໍເດື່ອ ເມືອງໄຊ ແຂວງອຸດົມໄຊ ອອກຈາກໂຮງຫມໍກັບຄືນສູ່ຄອບຄົວແລ້ວ ພ້ອມໃຫ້ສືບຕໍ່ຮັກສາສຸຂະພາບຕົນເອງຢູ່ບ້ານ ໃຫ້ສືບຕໍ່ຈໍາກັດບໍລິເວນຢູ່ເຮືອນຕື່ມອີກເປັນເວລາ 7 ວັນ ໃນຊ່ວງທີ່ກັກບໍລິເວນບໍ່ຄວນອອກໄປຂ້າງນອກ ພ້ອມທັງໃຫ້ເອົາໃຈໃສ່ຮັກສາສຸຂະພາບໃຫ້ແຂງແຮງຢ່າງສະໝໍ່າສະເໝີ.

    ປັດຈຸບັນ, ໂຮງໝໍແຂວງອຸດົມໄຊ ພວມສືບຕໍ່ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 8 ກໍລະນີ, ປົວດີແລ້ວ 14 ຄົນ ແລະ ມີຜູ້ຕິດເຊື້ອສະສົມທັງໝົດ 22 ຄົນ.


    ຊົມເຊີຍແພດໝໍ ແຂວງອຸດົມໄຊ ປ ິ ່ ນ ປ ົ ວ ຜ ູ ້ ຕ ິ ດ ເ ຊ ື ້ ອຫາຍດີ ແລະ ອອກໂຮງຫມໍ ເພີ່ມ 2 ຄົນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.