ເກີດເຫດການ ແມງມຸມບຸກເມືອງ ເຊຕູມັນ ຊາຍຝັງທະເລເບື້ອງຕາເວັນອອກ ຂອງປະເທດແມັກຊິໂກ້

    0
    552

    ເກີດເຫດການ ແມງມຸມ ບຸກເມືອງ ເຊຕູມັນ ຊາຍຝັງທະເລເບື້ອງຕາເວັນອອກ ຂອງປະເທດແມັກຊິໂກ້ ຕາມສອງຟາກທາງ ຍາວ 7 ກິໂແມັດ ເຕັມໄປດ້ວຍໄຍແມງມູມ ແລະ ລູກແມງມຸມ ສ້າງໄຍ ຄຸມຕົ້ນໄມ້ໃຫຍ່ ຫຼາຍພັນຕົ້ນ ໂດຍນັກຊ່ຽວຊານທາງນິເວດວິທະຍາ ຂອງແມັກຊິໂກ້ ລາຍງານວ່າ ອາດເກີດຈາກ ຄວາມບໍ່ສົມດຸນ

    ຂອງລະບົບນິເວດ ເຮັດໃຫ້ແມງມຸມຫຼາຍລ້ານໂຕ ທີ່ມີບ່ອນຢູ່ອາໄສ ຢູ່ຕາມປ່າ ໃກ້ແຄມຝັ່ງທະເລ ຊຶ່ງເປັນປ່າ ທີ່ກໍາລັງຖືກຄຸກຄາມ ຈາກການຕັດໄມ້ ເປັນຈໍານວນ

    ຫຼາຍ ບວກໃສ່ກັບສະພາບຝົນຕົກໜັກ ເຮັດໃຫ້ເກີດມີແມງໄມ້ຫຼາຍ ພວກມັນຈຶ່ງອອກມາເຮັດຮັ່ງໄຍແມງມຸມ ເພື່ອດັກຈັບ ກິນແມງໄມ້ເຫຼົ່ານັ້ນ ໂດຍຄາດວ່າ ຈະເກີດຂຶ້ນ ໃນໄລຍະເວລາ ບໍ່ດົນ ກ່ອນ ແມງມຸມເຫຼົ່ານີ້ ຈະກັບໄປແຫຼ່ງທີ່ຢູ່ເດີມ.


    ເກີດເຫດການ ແມງມຸມ ບຸກເມືອງ ເຊຕູມັນ ຊາຍຝັງທະເລເບື້ອງຕາເວັນອອກ ຂອງປະເທດແມັກຊິໂກ້


    ເກີດເຫດການ ແມງມຸມ ບຸກເມືອງ ເຊຕູມັນ ຊາຍຝັງທະເລເບື້ອງຕາເວັນອອກ ຂອງປະເທດແມັກຊິໂກ້


    ເກີດເຫດການ ແມງມຸມ ບຸກເມືອງ ເຊຕູມັນ ຊາຍຝັງທະເລເບື້ອງຕາເວັນອອກ ຂອງປະເທດແມັກຊິໂກ້

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.