ທ່ານ ນາງ ລັດສະໝີ ວົງຄຳຊາວ ຕ່າງໜ້າຄະນະສະເພາະກິດ ໄດ້ກ່າວໃນຖະແຫຼງຂ່າວປະຈຳວັນທີ 3 ມິຖຸນາ 2021 ວ່າ: ຖ້າໄລ່ກັບໄປ 14 ມື້ຫຼັງຈາກມີການລ໋ອກດາວຕື່ມອີກຈົນຮອດວັນທີ 4 ມິຖຸນາ ກໍ່ພົບວ່າທາມລາຍຂອງຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ໄປຫຼາຍຕະຫຼາດດ້ວຍກັນ ເຊິ່ງລວມໆກັນແລ້ວມີດັ່ງນີ້.
ຕະຫຼາດ ວິທະຍາເຂດດົງໂດກ ຕະຫຼາດ ຕານມີໄຊ ຕະຫຼາດ ໂພນຕ້ອງສະຫວ່າງ ຕະຫຼາດ ສີຂຽວບ້ານດອຍກອຍ. ຕະຫຼາດ ສະພານທອງ ຕະຫຼາດ ໂຮງງານ ບ້ານໂນປາເປົ້າ ຕະຫຼາດ ໂພນຕ້ອງ ຕະຫຼາດ ຫົວຂົວ. ຕະຫຼາດ ໂນນຄໍ້ ຕະຫຼາດ ໂອຊິນ ຕະຫຼາດ ອົດຊີ ຕະຫຼາດ ທົ່ງປົ່ງ