ສູນກາງແນວລາວສ້າງຊາດ ຮ່ວມກັບ ອົງການຈັດຕັ້ງສັງຄົມ ແລະ ພາກທຸລະ ກິດມອບເງິນສົດ 200 ລ້ານກີບ ສົມທົບການຈັດຊື້ວັກແຊ້ງ ຕ້ານ ໂ ຄ ວ ິ ດ

    0
    418

    ສູນກາງແນວລາວສ້າງຊາດ ຮ່ວມກັບ ອົງການຈັດຕັ້ງສັງຄົມ ແລະ ພາກທຸລະ ກິດມອບເງິນສົດ 200 ລ້ານກີບ ສົມທົບການຈັດຊື້ວັກແຊ້ງ ຕ້ານ ໂ ຄ ວ ິ ດ
    ໃນວັນທີ 3 ມິຖຸນາ 2021, ສູນກາງແນວລາວສ້າງຊາດ (ສນຊ)ຮ່ວມກັບ ອົງການຈັດຕັ້ງສັງຄົມ ແລະ ພາກທຸລະກິດ ໄດ້ນໍາເອົາເງີນສົດ ຈໍານວນ 200 ລ້ານກີບ

    ສົມທົບການຈັດຊື້ວັກແຊ້ງ ຕ້ານພະຍາດໂຄວິດ -19ໃຫ້ກະຊວງສາທາລະນະສຸກ, ໃຫ້ກຽດຕາງໜ້າກ່າວມອບໂດຍທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຄະນະປະຈໍາພັກ, ຮອງປະທານ ສູນກາງແນວລາວສ້າງຊາດ ແລະ ກ່າວຮັບໂດຍທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໂດຍມີພະ ນັກງານ

    ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.ໃນໂອກາດດັ່ງກ່າວ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ ຕາງໜ້າຄະນະນໍາກະຊວງ ແລະຄະນະສະເພາະກິດ ສະແດງຄວາມຂອບໃຈ ແລະຄວາມຮູ້ບຸນຄຸນອັນລົ້ນ ເຫຼືອຕໍ່ການນໍາສູນກາງແນວລາວສ້າງຊາດ, ອົງກນຈັດຕັ້ງສັງຄົມ ແລະພາກທຸລະກິດ ທີ່ໄດ້

    ປຸກລະດົມທຶນຮອນທາງດ້ານວັດຖຸ ແລະຈິດໃຈ ປະກອບສ່ວນໃນວຽກງານສາທາລະນະສຸກ, ເງິນຈໍານວນດັ່ງກ່າວແມ່ນຈະໄດ້ນໍາໄປຊື້ວັກແຊ້ງ ຕ້ານພະຍາດໂຄວິດ- ຕາມການຊີ້ນໍາຂອງລັດຖະບານແຫ່ງ ສປປ ລາວ ບຸນຄຸນ ໃນໂອກາດດັ່ງກ່າວທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຍັງໄດ້ມອບໃບກຽດຕິຄຸນໃຫ້ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງສັງຄົມ ແລະພາກທຸລະກິດຕື່ມອີກ.

    ຂ່າວ ແລະຮູບ: ແສງຫລ້າ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.