ຮ້ອນຫຼາຍແລ່ນລົດໄວແດ່ ໄຟຈົນໄໝ້(ທາງດ່ວນ)

    0
    408

    ມີຂ່າວດ່ວນ!! ເກີດເຫດໄຟໄໝ້ ລົດພວງ ຢູ່ເສັ້ນທາງດ່ວນ ວຽງຈັນ-ວັງວຽງ ຈຸດເກີດເຫດ ເຂດບ້ານ ສົງເປືອຍຊ່ວງນີ້ອາກາດຮ້ອນຫຼາຍທຸກຄົນຕ້ອງມີສະຕິໃນການໃຊ້ຊີວິດໂອກາດເກີດໄຟໄໝ້ເກີດໄດ້ທຸກເມື່ອ.

    ສຳລັບໄຟໄໝ້ລົດຢູ່ທາງດ່ວນຕາມລາຍງານເບື້ອງຕົ້ນຍ້ອນຍາງລະເບີດ ໃນລະຫວ່າງນັ້ນລົດຍັງແລ່ນຢູ່ ເຮັດໃຫ້ຕະຫຼອດໄລຍະທາງໄກເຕີບເກີດມີຮ່ອງຮອຍໄໝ້ແກ່ໄປໄກສົມຄວນ ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ.

    ເບິ່ງຈາກພາບແລ້ວລົດເສຍຫາຍຫຼາຍສົມຄວນ ເຫຼືອແຕ່ກົງເຫຼັກກົງຢາງໄໝ້ໝົດ ຕາມຂໍ້ມູນເບື້ອງຕົ້ນ ລົດພ່ວງຄັນທີ່ເກີດເຫດ ແມ່ນເດີນທາງມາແຕ່ ແຂວງ ຫຼວງພະບາງ

    ຕອນນີ້ເຈົ້າໜ້າທີ່ກຳລັງປະຕິບັດໜ້າທີ່ດັງເພິງຢູ່ ລາຍລະອຽດຂອງຂ່າວຕິດຕາມໃໝ່ພາຍຫຼັງການກວດກາຂອງເຈົ້າໜ້າທີ່ກ່ຽວຂ້ອງ. ສະແດງຄວາມເສຍໃຈນຳເດີ້ ແຫຼ່ງຂ່າວ: ກູ້ໄພມູນິທິຈີນ 1628

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.